ຂ່າວສານ

ວຽກງານເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບວິຊາການກອງຄຸ້ມຄອງດ້ານການຄຸ້ມຄອງພັດທະນາເວັບໄຊວ໌
ວຽກງານສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນຂອງອົງກອນໃນການຄຸ້ມຄອງຂໍ້ມູນຂ່າວສານ ທາງກອງໄດ້ຈັດສັນເຝິກອົບຮົມໃຫ້ກັບພະນັກງານຫລັກແຫລ່ງຊອງອົງກອນເພື່ອສືບຕໍ່ຜັນຂະຫຍາຍການເປັນເຈົ້າການໃນການໂຄສະນາຜ່ານສື່ຕ່າງໆທີ່ທາງອົງກອນໄດ້ຈັດຕັ້ງປະຕິບັດແຕ່ລະໄລຍະເປັນຕົ້ນໂດຍການສ້າງຄວາມອາດສາມາໃນການຂຽນຂ່າວລົງເວັບໄຊວ໌

ຂະບວນການຊຸກຍູ້ວຽກງານກໍ່ສ້າງນ້ຳລິນກໍບົງ
ລາຍລຽດຂ່າວ https://www.facebook.com/share/p/1CE7pFTUBM/
ວຽກງານປັບປຸງ ແລະ ກໍ່ສ້າງນ້ຳລິນ ບ້ານ ປຸ່ງສ່ານ (ຄຸ້ມປຸ່ງ)
ໃນໄລຍະ 6 ເດືອນຕົ້ນປີ ຫນ່ວຍງານພັດທະນາຊີວິດການເປັນຢູ່ປະຈຳກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ ນ້ຳເທີນ ໂດຍສະເພາະພະນັກງານພັດທະນາ ໄດ້ປະສານສົມທົບກັບທີມງານວິຊາການ ນ້ຳສະອາດເມືອງ ນາກາຍ, ຄະນະພັກອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານແມ່ນໄດ້ພ້ອມພາກັນຈັດຕັ້ງປະຕິບັດວຽກງານນ້ຳລິນໃນ ບ້ານ ປຸ່ງສ້ານ (ຄຸ້ມປຸ່ງ) ເຊິ່ງກຳລັງດຳເນີນງານໂດຍການເປັນເຈົ້າການແບບມີສ່ວນຮ່ວມຂອງຊຸມຊົນບົນພື້ນຖານການແນະນຳເຕັກນິກວິຊາການຈາກວິຊາການນ້ຳສະອາດເມືອງ ແລະ ພະນັກງານວິຊາການເມືອງ.
ກິດຈະກຳຈັດສົ່ງເຄື່ອງມືອຸປະກອນສຳຫລັບປັບປຸງ ແລະ ກໍ່ສ້າງນ້ຳລິນ 3 ບ້ານ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນ

ພິທີປະກາດການຈັດຕັ້ງຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍນໍ້າເທີນ
This is the heading ວັນທີ 5 ມີນາ 2024 ນີ້ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດພິທີປະກາດການຈັດຕັ້ງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໂດຍການເປັນປະທານຂອງທ່ານ ປອ ສົມຫັວງ ພິມມະວົງ ຫົວໜ້າກົມປ່າໄມ້ ມີທ່ານເຈົ້າເມືອງ,ຫົວໜ້າພະເເນກ,ຫົວໜ້າຫ້ອງການ,

ການທ່ອງທ່ຽວ ເຂດນ້ຳໂຊດ ບ້ານ ນາຫາວ
ການລ່ອງເຮືອ ເບິ່ງສັດປ່າຕາມແຄມຝັ່ງແມ່ນ້ຳໂຊດ ເປັນປະສົບການໜຶ່ງທີ່ເຮັດໃຫ້ນັກທ່ອງທ່ຽວປະທັບໃຈຫຼາຍທີ່ສຸດ ຊຶ່ງເປັນຈຸດເດັ່ນອັນໜຶ່ງຂອງອຸທິຍານແຫ່ງຊາດ ນາກາຍ ນ້ຳເທີນ.

ກິດຈະກຳສ້ອມແປງຂົວຂ້າມຫ້ວຍແກ້ຜ້າ ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນ
ວັນທີ 17-20 ເດືອນ ມີຖຸນາ ປີ 2024 ໄດ້ສ້າງກິດຈະກຳສ້ອມແປງ ຂົວໄມ້ຫ້ວຍຫາດແກ້ຜ້າ (ຍາວ 9 ແມັດ) ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນເພື່ອອຳນວຍຄວາມສະດວກໃຫ້ກັບການສັນຈອນໄປມາຫາສູ້ກັນລະຫວ່າງບ້ານຕໍ່ບ້ານໃນເຂດເຕິງເຊິ່ງໃນນັ້ນກໍ່ແມ່ນການມີສ່ວນຮ່ວມຂອງຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດໃນການປັບປຸງເພື່ອໃຫ້ໄປມາໄດ້ໃນ 2 ລະດູ
ຄະນະກວດກາເອກະລາດ IMA ລົງຕິດຕາມການຈັດຕັ້ງປະຕິບັດວຽກງານຂອງ ກອຊ.ນທ ໃນຄັ້ງວັນທີ 11-28 ພຶດສະພາ 2024
ໃນວັນທີ 11-28 ພຶດສະພາ 2024 ຄະນະກວດກາເອກະລາດໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ເດືອນມັກອນ-ເດືອນເມສາ 4ເດືອນຕົ້ນປີ 2024 ຂອງ ກອງຄຸ້ມຄອງອຸທິຍານແຫ່ງຊາດ-ນາກາຍນໍ້າເທີນ, ກອງຄູ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ 4ເດືອນຕົ້ນປີ 2024
ຝຶກອົບຮົມເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024
ຝຶກອົບຮົມເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024 ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ2 ຂອງກອງຄຸ້ມຄອງອູທິຍານແຫ່ງຊາດນາກາຍ-ນໍ້າເທີນ ວາລະໄດ້ດໍາເນີນການຈັດຕັ້ງປະຕິບັດການຝຶກອົບຮົມເປັນເວລາ 3 ວັນ ເພື່ອສ້າງຄວາມອາດສາມາດໃຫ້ກັບພະນັກງານຜູ້ຮັບຜິດຊອບບໍລິຫານຄຸ້ມຄອງເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image

ເຈົ້າຫນ້າທີ່ ພັດທະນາຊຸມຊົນ
ອ່ຽນພອນ ອ່ອນເລື້ອງໄຊ ເຈົ້າຫນ້າທີ່ ອຸທິຍາແຫ່ງຊາດ ນາກາຍ ນ້ຳເທີນ ສັງກັດຢູ່ຈຸງານພັດທະນາຊີວິການເປັນຢູ່ ເລິ່ມເຂົ້າມາເຮັດວຽກງານອະນຸລັກນັບຕັ້ງແຕ່ສົກປີ 2022 ເປັນຕົ້ນມາ ຫນຶ່ງໃນເຈົ້າຫນ້າທີ່ທີ່ໄດ້ອຸທິຕົນລົງ ນຳພາຊຸມຊົນເພື່ອສູ້ຊົນໃຫ້ບັນລຸວຽກງານພື້ນຖານໂດຍສະເພາະເພື່ອຫລຸດພົ້ນອອກຈາກຄອບຄົວທຸກຍາກຕາມດຳລັດ 348 ຂອງລັດຖະບ້ານ.

ວຽກງານ ສໍຳຫຼວດຈຸດສ້ອມແປງເສັ້ນທາງຂະນາດນ້ອຍ ແຕ່ບ້ານຕອງ ຫາ ບ້ານ ປຸ່ງສ້ານ
ໃນຄັ້ງວັນທີ່ 20/02/2024 ວິຊາການພັດທະນາກອງຄຸ້ມຄອງໄດ້ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ນາກາຍ ພ້ອມຄະນະຊີ້ນຳເຂດ ລົງກວດການສະພາບການປັບປຸງເສັ້ນທາງ ລະຫວ່າງບ້ານ ຕອງ ຫາ ປຸ່ງສ້ານ ທີ່ມີຄວາມຍາວ 3.94 ກິໂລແມັດ ສຳເລັດການປັບປຸງ

ເຮືອໃຫຍ່ນາກາຍນໍ້າເທີນ2
ນາກາຍນໍ້າເທີນຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງແຂວງຄໍາມ່ວນເຊິ່ງມີແຫຼ່ງຜະລິດໄຟຟ້າໂດຍມີ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ເປັນຜູ້ປົກຮັກສາປ່າໄມ້ ແລະ ທໍາມະຊາດເພື່ອສະໜອງແຫຼ່ງນໍ້າໃນການປ້ອນເຂົ້າເຮືອນຈັກຜະລິດໄຟຟ້າ ແມ່ນໍ້າຫຼາຍສາຍມາລວມຕົວກັນເອີ້ນວ່ານໍ້າເທີນ ມີຫຼາກຫຼາຍຊີວະນາໆພັນບໍ່ຈະເປັນພັນພືດ, ພັນໄມ້, ພັດສັດ ນັກທ່ອງທ່ຽວມັກມາທ່ຽວຊົມເຮືອໃຫຍ່ ແລະ ນໍ້າທີ່ເຄີຍຄືກັບທະເລ ຫຼືເອີນວ່າທະເລລາວ /*! elementor – v3.19.0 – 05-02-2024 */
ສະຖານທີ່ທ່ຽວຊົມ
1 ວັນ - ໄມ້ຮ້ີງຊາໍ & ຕາດຍ້ີມ

ຍ່າງຂຶ້ນພູໄປທີ່ຕາດຍີ້ມ ແລະ ປ່າໄມ້ຮີ້ງຊໍາ ແລ້ວກິນເຂົ້າປ່າຢູ່ແຄມຊາຍຝັ່ງຕາມສາຍນໍ້າໂຊດທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
2-3 ວັນ - ຕັ້ງແຄ້ມ ແລະ ຍ່າງປ່າທ່ີນໍ້າໂຊດ

ທ່ຽວຊົມສັດປ່າໃນຕອນກາງຄືນໂດຍການລ່ອງເຮືອ ແລະ ຕັ້ງແຄ້ມຢູ່ທີ່ ແກ້ງຫຼວງ. ເບິ່ງນົກ ແລະ ຟັງສຽງຮ້ອງຂອງທະນີໃນຍາມເຊົ້າໆແລ້ວທ່ຽວຊົມຕາດຍີ້ມ ແລະ ໄມ້ຮີ້ງຊໍາ. ທົວດັ່ງກ່າວແມ່ນຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ຫຼື ຕົວເມືອງນາກາຍ.ທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
3 ວັນ – ຍ່າງປ່າ, ຕັ້ງແຄ້ມ ແລະ ພັກຜ່ອນແບບໂຮມ

ຍ່າງປ່າເຂົ້າໄປສູ້ເຂດນໍ້າແຈ, ເຊິ່ງເປັນທີ່ຮູ້ຈັກວ່າເປັນບ່ອນຢູ່ອາໄສຂອງບັນດາລີງສາຍພັນຕ່າງໆເຊິ່ງມີທັງ ຄ່າງຫ້າສີ (Red-Shanked Douc) ແລະ ທະນີແກ້ມຂາວ (White-cheeked Gibbon). ພັກຜ່ອນໃນຄໍ່າຄືນທໍາອິດດ້ວຍການພັກໂຮມສະເຕແບບຊົນເຜົ່າໃນໝູ່ບ້ານທີ່ຫ່າງໄກສອກຫຼີກ (ສາມາດເລືອກທີ່ຈະຂີ່ລົດຖີບຂຶ້ນພູເພື່ອເດີນທາງໄປຫາໝູ່ບ້ານໄດ້). ຕັ້ງແຄ້ມໃນຄືນທີ່ສອງຢູ່ທີ່ໃຈກາງຂອງທໍາມະຊາດຜືນປ່ານາກາຍ ນໍ້າເທີນ.
ທຣິບເດີນທາງສໍາຫຼວດ ແລະ ທຣິບທ່ອງທ່ຽວ ແບບເລືອກເອງ

ທຣິບເດີນທາງສໍາຫຼວດໄປຍັງເຂດອື່ນຂອງ ນາກາຍ-ນໍ້າເທີນ ແມ່ນສາມາດຈັດຂຶ້ນໃຫ້ໄດ້ໂດຍການຂໍອະນຸຍາດແບບພິເສດ. ເຂດເຫຼົ່ານີ້ແມ່ນຈະລວມມີ ທົ່ງກະແຈງ, ເຊິ່ງເປັນທີ່ຮູ້ຈັກສໍາລັບການເບິ່ງກວາງທີ່ຫາຍາກ ແລະ ບັນດາລີງຫຼາກຫຼາຍສາຍພັນ (6-8 ວັນ ໃນການເດີນປ່າ), ເບິ່ງຊ້າງກິນເກືອທີ່ປຸ່ງທຽມ (1-3 ວັນ ເດີນທາງດ້ວຍເຮືອ)ແລະ ສາຍນໍ້າອອນ ສໍາລັບການເບິ່ງນົກ ແລະ ຕາດຄູນ (1-2 ວັນ).
1/2-ມື້ ການຕຶກປາ & ກິນເຂົ້າປ່າ ຢູ່ລານໄຮ-ອ່າງນໍ້າເທີນ

ການເດີນທາງໄປຕຶກປາໃນຍາມເຊົ້າ ຫຼື ຕອນກາງເວັນ ຕາມອ່າງນ້ຳເທີນ. ມີກິນເຂົ້າທ່ຽງຢູ່ປ່າ ຢູ່ໂງ່ນຫີນປາກແມ່ນ້ຳ ລານໄຮ. ຖ້າທ່ານໂຊກດີສາມາດເຫັນຊ້າງ & ລີງກັງລຽບຕາມແຄມອ່າງນ້້າເທີນ.
2/3-ມື້ ຍ່າງປ່າເບິ່່ງຂາແດງ & ແຄ້ມນ້ຳແຈ

ຍ່າງປ່າໄປຫານ້ຳແຈ, ຮູ້ວ່າມີ ຂາແດງ & ທະນີແກ້ມຂາວ ຖິ່ນໃຕ້. ນອນແຄ້ມແຮມຄືນຢູ່ໃນເຕັ່ນ ຫຼື ອູູ່ນອນ ແລະ ເຮືອນພັກແຮມຂອງປະຊາຊົນ ຢູ່ໃນບ້ານຊົນເຜົ່າແຫ່ງໜຶ່ງ.