ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ການຄຸ້ມຄອງແຫລ່ງນໍ້າເທີນ2 ແມ່ນຢູ່ພາຍໃຕ້ອົງການຄຸ້ມຄອງ ແລະ ປົກປັກຮັກສາແຫລ່ງນໍ້າເທີນ2 ຕາມດໍາລັດນາຍົກລັດຖະມົນຕີ ເລກທີ 25/ນຍ ລົງວັນທີ 26/2/2001 ແລະ ຕໍ່ມາດໍາລັດນາຍົກລັດຖະມົນຕີເລກທີ 471 ເດືອນພະຈືກ 2011 ການຄຸ້ມຄອງ ແລະ ປົກປັກຮັກສາແຫລ່ງນໍ້າເທີນ2 ໄດ້ມອບໃຫ້ແຂວງເປັນຜູ້ຄຸ້ມຄອງ ແລະ ປົກປັກຮັກສາໂດຍມີທ່ານເຈົ້າແຂວງໆຄໍາມ່ວນ ເປັນປະທານສະພາບໍລິຫານຄຸ້ມຄອງແຫລ່ງນໍ້າເທີນ2 ເຊີ່ງ ມີກອງເລຂາເປັນຜູ້ປະສານງານ ແລະ ຮ່ວມມືກັບໜ່ວຍງານຕ່າງໆກ່ຽວຂ້ອງຂອງເມືອງ. ຕໍ່ມາດໍາລັດເລກທີ 122/ນຍ ປີ 2017 ໄດ້ປ່ຽນປະທານສະພາບໍລິຫານຄຸ້ມຄອງແຫລ່ງນໍ້າເທີນ2 ຈາກເຈົ້າແຂວງຄໍາມ່ວນມາເປັນລັດຖະມົນຕີກະຊວງກະສິກໍາປ່າໄມ້ ແລະ ມີກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເຮັດໜ້າທີ່ເປັນກອງເລຂາຈັດຕັ້ງປະຕິບັດຕາມແຜນການຄຸ້ມຄອງ ແລະ ປົກປັກຮັກສາແຕ່ລະໄລຍະ.
ປະຕິບັດຕາມສັນຍາສໍາປະທານ 25 ປີ ທີ່ໄດ້ເຊັນໃນປີ 2002 ລະຫວ່າງ ລັດຖະບານ ສປປລາວ ກັບບໍລິສັດພະລັງໄຟຟ້ານໍ້າເທີນ2, ເຊິ່ງໄດ້ເລີ້ມກໍ່ສ້າງເຂື່ອນນັບແຕ່ປີ 2005 ເປັນຕົ້ນມາ ແລະ ໄດ້ຜະລິດກະແສໄຟຟ້າຂາຍໃນວັນທີ 3 ເມສາ 2010. ສັນຍາສໍາປະທານຈະໄດ້ສີ້ນສຸດໃນວັນທີ່ 30 ເມສາ 2035 ຕາມສັນຍາສໍາປະທານ
ວິໄສທັດ
ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນໄດ້ຖືກຄຸ້ມຄອງ ປົກປັກຮັກສາ ຢ່າງມີປະສິດທິຜົນ ໃນການ ປົກປ້ອງຄຸນຄ່າທາງດ້ານຊີວະນາພັນ, ຮັກສາ ແລະ ເສີມຂະຫຍາຍລະບົບນິເວດທາງທຳມະຊາດ, ປົກປັກຮັກສາແມ່ນໍ້າ, ດິນ ແລະ ຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ຍັງເພິ່ງພາອາໃສຊັບພະຍາກອນທັງທີ່ຢູ່ພາຍໃນ ແລະ ອ້ອມຮອບເຂດອຸທິຍານໄດ້ຮັບການປັບປຸງໃຫ້ດີຂື້ນ.
ເປົ້າໝາຍ
ການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ເຂດແຫຼ່ງນໍ້າ ນ້ຳເທີນ 2 ແມ່ນເພື່ອຟື້ນຟູ, ບູລະນະ ແລະ ສົ່ງເສີມ ການອະນຸລັກ ຄຸນຄ່າດ້ານຊີວະນາໆພັນ ແລະ ຖິ່ນທີ່ຢູ່ອາໄສ ທາງທຳມະຊາດ ໄວ້ໃຫ້ຄຽງຄູ່ກັບຄຸນຄ່າທາງດ້ານວັດທະນະທໍາ ຂອງປະຊາຊົນ ໃນອຸທິຍານ ເພື່ອຮັກສາ ປະລິມານ ຂອງນ້ຳ ຢ່າງສະຫມໍ່າສະເຫມີ ແລະ ມີການຕົກຕະກອນຕ່ຳ ທັງໄຫລເຂົ້າ ແລະ ໄຫລອອກຈາກ ອ່າງເກັບນ້ຳ ນ້ຳເທີນ 2.
ຈຸດປະສົງ
1) ຮັກສາ ແລະ ເພີ່ມອັດຕາການປົກຫຸ້ມ ຂອງປ່າໄມ້ ໃນເຂດແຫຼ່ງນໍ້າ ນ້ຳເທີນ 2 ໂດຍເນັ້ນໃສ່ ການຟື້ນຟູ ປ່າແຄມນໍ້າ ແລະ ການນໍາໃຊ້ແບບຍືນຍົງ ຂອງລະບົບນິເວດແຄມນໍ້າ.
2) ຮັກສາ ແລະ ເພີ່ມຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ ແລະ ທີ່ຢູ່ອາໄສ ທີ່ສຳຄັນ ໂດຍສະເພາະ ປະຊາກອນ ຂອງຊະນິດສັດປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນ.
3) ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ທີ່ອາໃສຢູ່ພາຍໃນ ແລະ ອ້ອມຮອບ ເຂດແຫຼ່ງນໍ້າ ນໍ້າເທີນ 2 ໂດຍຮູບແບການພັດທະນາ ໂດຍຊຸມຊົນ.
4) ສ້າງຄວາມເຂັ້ມແຂງ ຄວາມອາດສາມາດ ຂອງອົງການ ແລະ ຂອງຄູ່ຮ່ວມ ເພື່ອຄຸ້ມຄອງ ເຂດແຫຼ່ງນໍ້າ ນໍ້າເທີນ 2 ໃຫ້ຍືນຍົງ.
ການຈັດຕັ້ງ
ຄງປະກອບການຈັດຕັ້ງ ກອຊ.ນທ ຕາມແຜນພັດທະນາສັງຄົມ ແລະ ສິ່ງແວດລ້ອມຄັ້ງທີ່ 4 (SEMFOP4) ໄດ້ກໍານົດອອກເປັນ 2 ກຸ່ມວຽກໃຫຍ່ ເຊັ່ນ: ກຸ່ມວຽກບໍລິຫານ ແລະ ການການເງີນ ແລະ ກຸ່ມວຽກວິຊາການ ໃນນັ້ນ ມີ 2 ໜ່ວຍງານຄື: ໜ່ວຍງານອະນຸລັກ (ຄົ້ນຄວ້າ ແລະ ຕິດຕາມຊີວະນາໆພັນ ແລະ ບັງຄັບໃຊ້ກົດຫມາຍ) ແລະ ໜ່ວຍງານພັດທະນາ (ປັບປຸງຊີວີດການເປັນຢູ່, ທອງທ່ຽວ ແລະ ໂຄສະນາເຜີຍແຜ່). ໃນກຸ່ມວີຊາການຍັງມີ 6 ຫ້ອງການເຂດເຊັ່ນ: ຫ້ອງການຍ່ອຍເຂດນາວາງ, ຫ້ອງການຍ່ອຍເຂດທ່າໄຜ່ບ້ານ, ຫ້ອງການຍ່ອຍເຂດເຕີງ, ຫ້ອງການຍ່ອຍເຂດອ້ອມຮອບຄໍາເກີດ, ຫ້ອງການຍ່ອຍເຂດຫົວພູ-ນາຕານ ແລະ ຫ້ອງການຍ່ອຍເຂດຍົມມະລາດ-ລັງຄັງ.
ໂຄງຮ່າງການຈັດຕັ້ງ
ປະກອບມີ ຄະນະກໍາມະການບໍລິຫານ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ 15 ທ່ານ, ພະນັກງານວິຊາການ 70 ຄົນ.
ຂໍ້ມູນຕິດຕໍ່:
ເບີໂທຕິດຕໍ່ໍ່ຫ້ອງການ: +856(0) 5121233
ຕ້ອງການຈອງ/ອີເມວ:
ທີຢູ່: ອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ
ບ້ານ ອຸດົມສຸກ, ເມືອງ ນາກາຍ
ແຂວງ ຄຳມ່ວນ, ສປປ ລາວ