Nakai Nam Theun National Park

ຈຸງານປະຕິບັດລະບຽບການ

ສະພາບລວມ

    ວຽກງານປະຕິບັດລະບຽບການເປັນຫຼັກໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນໃນອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໂດຍການກວດກາລາດຕະເວນ ແລະ ປະຕິບັດລະບຽບການເຊີ່ງມີຈຸດປະສົງເພື່ອປົກປັກຮັກສາຊີວະນາໆພັນໂດຍສະເພາະຊະນິດພັນສັດປ່າໃກ້ສູນພັນສະເພາະຖິ່ນສາຍພູຫລວງ.

        ການຈັດຕັ້ງປະຕິບັດກິດຈະກຳ ແມ່ນໄດ້ປະສານສົມທົບກັບຄູ່ຮ່ວມງານຂັ້ນເມືອງຄື: (i) ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ, (ii) ກອງກວດກາປ່າໄມ້ ແຂວງ, (iii) ຫ້ອງການ ທະຫານເມືອງ, (iv) ຫ້ອງການ ທະຫານແຂວງທະຫານຊາຍແດນ ( ຄ 253, ຄ 311 ແລະ ຄ 312) ແລະ ກອງຮ້ອຍເອກະລາດ ຄ 25, (v) ຫ້ອງການ ປກສ ເມືອງ, (vi) ຄະນະສະເພາະກິດຂອງເມືອງນາກາຍ ເພື່ອແກ້ໄຂບັນຫາຕໍ່ກັບຜູ້ກະທໍາຜິດລະບຽບກົດໝາຍຮ່ວມກັບກອຊ.ນທ ໂດຍການແບ່ງຄວາມຮັບຜິດຊອບຂອງແຕ່ລະທີມງານໃນການຄຸ້ມຄອງເຊິ່ງໄດ້ແບ່ງອອກເປັນ 06 ເຂດຄວາມຮັບຜິດຊອບຄື: (i) ເຂດຫົວພູນາຕານ:​ ມີທັງໝົດ 9 ທີມ ຄື:  ມີທີມເຄື່ອນທີ່ກຸ່ມບ້ານ 02 ທີມ, ທີມກວດກາປ່າ 02 ທີມ ແລະ ທີມສຸກເສີນ 01 ທີມ, ເຄື່ອນໄຫວໜ້ານໍ້າ ແລະ ດ່ານກວດ 04 ທີມ, (ii) ເຂດເມືອງຄຳເກີດ: ມີທັງໝົດ 8 ທີມ, ດ່ານກວດກາ 03 ດ່ານ, ມີທີມເຄື່ອນທີ່ກຸ່ມບ້ານ  02 ທີມ, ທີມກວດກາປ່າ 05 ທີມ ແລະ ທະຫານຊາຍແດນ ຄ 253. (iii) ເຂດຍົມມະລາດ-ລັງຄັງ: ມີທັງໝົດ 06 ທີມ, ເຄື່ອນທີ່ກຸ່ມບ້ານ 01 ທີມ, ທີມກວດກາປ່າ 04 ທີມ ແລະ ທີມທະຫານຊາຍແດນ ຄ 312 ມີ 1 ທີມ, (iv) ເຂດນາວາງ ມີທັງໝົດ 07 ທີມ ມີທີມເຄື່ອນທີ່ກຸ່ມບ້ານ 01 ທີມ, ທີມກວດກາປ່າ 05 ທີມ ແລະ ທີມທະຫານ ກອງພັນ 8 ເຂດພູຜາເຜີ້ງ 01 ທີມ. (v) ເຂດເຕີງ, ມີທັງໝົດ 07 ທີມ, ມີທີມເຄື່ອນທີ່ກຸ່ມບ້ານ 01 ທີມ, ທີມກວດກາປ່າ 04 ທີມ ແລະ ທະຫານຊາຍແດນ ຄ 311 ມີ 02 ທີມ. (vi) ເຂດທ່າໄຜ່ບ້ານ: ມີທັງໝົດ 07 ທີມ, ມີທີມເຄື່ອນທີ່ກຸ່ມບ້ານ 01 ທີມ. ທີມກວດກາປ່າ 06 ທີມກວມເອົາ 3 ກຸ່ມໜ້າວຽກຫລັກດັ່ງນີ້:

  • ວຽກງານເຝົ້າລະວັງ ແລະ ສະກັດກັ້ນໄພຂົ່ມຂູ່ (ກວດກາສຸກເສີນ ແລະ ຕິດຕາມການແກ້ໄຂຄະດີ).
  • ວຽກກວດກາລາດຕະເວນ.
  • ດ່ານກວດກາໃນຂອບເຂດອຸທິຍານແຫ່ງຊາດ.

ຍຸດທະສາດວຽກງານລາດຕະເວນ ແລະ ການຈັດຕັ້ງປະຕິບັດລະບຽບການໃນການຄຸ້ມຄອງ ອຸທິຍານ

ຈຸດປະສົງ

  • ສ້າງບ້ານໃຫ້ເປັນຕົວແບບໃນ 13 ບ້ານເປົ້າໝາຍໃນ 03 ເຂດທີ່ອາໃສຢູ່ໃນອຸທິຍານແຫ່ງຊາດໃຫ້ເປັນເຈົ້າການໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ປ່າໄມ້, ສັດນໍ້າ-ສັດປ່າ ແລະ ເຄື່ອງປ່າຂອງດົງ ໃຫ້ໄດ້ 50% ພາຍໃນປີ 2026.
  • ຫຼຸດຜ່ອນການລັກລອບລ່າສັດປ່າ, ຕັດໄມ້ ແລະ ເກັບກູ້ເຄື່ອງປ່າຂອງດົງທີ່ຜິດລະບຽບໃນເຂດຄູ້ມຄອງນຳໃຊ້ໃຫ້ໄດ້ 30%, ເຂດຫວງຫ້າມໃຫ້ໄດ້ 50% ແລະ ເຂດບຸລິມາສິດຮັກສາພັນສັດປ່າ ໃຫ້ໄດ້ 70% ໂດຍການເພີ້ມທະວີການປະຕິບັດລະບຽບການຢ່າງມີປະສິດທິພາບ ແລະ ກວດກາລາດຕະເວນຂອງຊຸມຊົນທີ່ມີປະສິດທິຜົນສູງ
  • ຮັກສາປະຊາກອນສັດປ່າສະເພາະຖິ່ນສາຍພູຫລວງ ແລະ ຊະນິດພັນອື່ນໆໃນເຂດແຫລ່ງນໍ້າໆເທີນ 2 ໃຫ້ມີຄວາມສາມາດແຜ່ຜັນ ແລະ ເພີ່ມປະຊາກອນຂື້ນ 30%ໃນປີ 2026.

ໂຄງຮ່າງການຈັດຕັ້ງ

ຈຸງານປະຕິບັດລະບຽບການ: ຈະປະກອບມີ ຫົວໜ້າ ແລະ ຮອງຈຸງານ, ທີ່ປຶກສາປະຕິບັດລະບຽບການ, ວິຊາການສະເພາະດ້ານ ແລະ ຜູ້ຊ່ວຍຖານຂໍ້ມຸນ (SMART), ຄະນະສະເພາະກິດ ຫຼື ທິມເຄື່ອນທີ່ພິເສດ, ຜູ້ທີ່ຮັບຜິດຊອບເຂດ, ກຸ້ມບ້ານ, ທະຫານ ແລະ ທີມລາດຕະເວນຂັ້ນບ້ານ.(ແຜນວາດ ໂຄງຮ່າງການຈັດຕັ້ງຈຸງານປະຕິບັດລະບຽບການ).