ການກວດກາລາດຕະເວນ
ການກວດກາລາດຕະເວນ ເພື່ອສະກັດກັ້ນການກະທຳຜິດກົດໝາຍຂອງທິມງານໃນເບື້ອງຕົ້ນນີ້ ແມ່ນຈະໄດ້ສຸມໃສ່ສະເພາະສາມເຂດບູລິມະສິດເປັນຫຼັກໆ ໂດຍມີຈຸດປະສົງສະກັດກັ້ນ ການລ່າສັດ, ໂດຍສະເພາະ ການໃສ່ແຮ້ວ ຕ້ອງໃຫ້ຫຼຸດລົງໄປໃນລະດັບທີ່ເຫຼືອໜ້ອຍທີ່ສຸດ ຫຼື ບໍ່ມີເລີຍພາຍໃນພື້ນທີ່ດັ່ງກ່າວ. ເມື່ອຈຸດປະສົງດັ່ງກ່າວຫາກບັນລຸຜົນ, ງົບປະມານ ແລະ ບຸກຄະລາກອນຫາກມີຈຳນວນເພີ່ມຂຶ້ນຕາມຄວາມຕ້ອງການ, ພື້ນທີ່ໃນການກວດກາລາດຕະເວນກໍ່ອາດຈະຖືກຂະຫຍາຍເພີ່ມຕື່ມອີກ. ອີງຕາມການແບ່ງເຂດອຸທິຍານ ຄວນແບ່ງຕາມດໍາລັດ 134 /ລບ, ລົງວັນທີ 13 ພຶດສາພາ 2015. ໃນ ມາດຕາທີ 08: ວ່າດ້ວຍການຈັດແບ່ງເຂດໃນປ່າສະຫງວນ. 1.) ເຂດຫວງຫ້າມເດັດຂາດ, 2.) ເຂດຄຸ້ມຄອງນຳໃຊ້, 3.) ເຂດເຊື່ອມຕໍ່, 4.) ເຂດກັນຊົນ ແລະ ນອກຈາກນັ້ນ ກອຊ.ນທ ຍັງອີງຕາມທ່າແຮງດ້ານຊັບພະຍາກອນ ທັງງົບປະມານ ແລະ ຈຳນວນພະນັກງານລາດຕະເວນທີ່ມີຢູ່ໃນກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ການກວດກາລາດຕະເວນ ກໍ່ຄື ການຈັດຕັ້ງປະຕິບັດລະບຽບການ ໃນເຂດອຸທິຍານ, ໂດຍອີງຄວາມສຳຄັນຂອງຊີວະນາໆພັນ ຈິ່ງຈຳເປັນຈະຕ້ອງໄດ້ຈັດບຸລິມາສິດພື້ນທີ່ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ອອກເປັນເຂດບຸລິມາສິດສຳຄັນດັ່ງນີ້: ເຂດບຸລິມະສິດຊີວະນາໆພັນ1 (PBA1) ເຂດທົ່ງກະແຈງ/ເຂດນໍ້າມອນຕອນເທິງ, ເຂດບຸລິມະສິດຊີວະນາໆພັນ2 (PBA2) ເຂດນໍ້າແຈ/ຫ້ວຍຕອງ/ຫ້ວຍສະນາບ ແລະ ເຂດບຸລິມະສິດຊີວະນາໆພັນ3 (PBA3) ເຂດທົ່ງກ້ວາງ/ທົ່ງແສດ. ທັງໝົດນີ້ແມ່ນນອນຢູ່ໃນເຂດຫວງຫ້າມເດັດຂາດ

ເຂດຫວງຫ້າມເດັດຂາດ (TPZ)
- ໃນເຂດນີ້ຈະລວມເອົາພື້ນທີ່ທີ່ຢູ່ໃນ ແລະ ນອກເຂດບູລິມະສິດຊີວະນາໆພັນ. ຫ້າມເດັດຂາດບໍ່ໃຫ້ມີການ ລ່າສັດ ຫຼື ດຳເນີນກິດຈະກໍາ ດ້ານກະສິກໍາໃນພື້ນທີ່ນີ້. ການເກັບກູ້ເຄື່ອງປ່າຂອງດົງແມ່ນເຮັດໄດ້ຢ່າງຈຳກັດ ໂດຍອີງຕາມລະບຽບສະເພາະຂອງປ່າສະຫງວນແຫ່ງຊາດ (ຕົວຢ່າງ: ການເກັບນໍ້າເຜິ້ງປະຊາຊົນບ້ານໃດໜຶ່ງ ຕາມເວລາທີ່ກຳນົດໃນແຕ່ລະປີ).ໃນເຂດພື້ນທີ່ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີເນື້້ອທີ່ທັງໝົດ 2,790 ຕາກິໂລແມັດ. ຈະກວມເອົາ 5,163 ຕາກະໂລລາດຕະເວນ ແລະ ໃນນັ້ນຈະລວມເອົາ 03 ເຂດບຸລິມະສິດຊີວະນາໆພັນ ເຂດອະນຸລັກພິເສດ (SCA): (ແຜນທີ່ 01) ເຂດນີ້ມີລະບຽບການຄຸ້ມຄອງຄືກັນກັບເຂດຄຸ້ມຄອງນຳໃຊ້ ແຕ່ຫ້າມເດັດຂາດບໍ່ໃຫ້ມີການລ່າສັດປ່າທຸກຊະນິດ. ການກໍານົດເອົາສາມເຂດບຸລິມະສິດຊີວະນາໆພັນໃນ ເຂດອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແມ່ນອີງໃສ່ຜົນການວິເຄາະ ຄວາມອຸດົມສົມບູນທາງດ້ານຊີວະນາໆພັນ ແລະ ໄພຂົ່ມຂູ່ ທີ່ໄດ້ດໍາເນີນໃນລະຫວ່າງກອງປະຊຸມແຜນຍຸດທະສາດການບັງຄັບໃຊ້ກົດຫມາຍທີ່ຈັດຂຶ້ນ ໃນປີ 2016. ເຂດດັ່ງກ່າວນີ້ ກວມເອົາເນື້ອທີ່ລວມກັນປະມານ 700 ກມ2 ອີງໃສ່ຂໍ້ມູນໃນໄລຍະຜ່ານມາ ແລະ ຄຳເຫັນຊ່ຽວຊານ, ເຂດດັ່ງກ່າວໄດ້ຖືກກຳນົດໃຫ້ເປັນເຂດບຸລິມະສິດສຳຄັນອັນດັບສູງ ໃນການປົກປັກຮັກສາພາຍໃນເຂດປ່າສະຫງວນ ເນື່ອງຈາກວ່າ ຍັງມີຊີວະນາໆພັນອຸດົມສົມບູນ ທີ່ມີຄຸນຄ່າສູງລວມຢູ່ໃນນັ້ນດ້ວຍ.


- ເຂດບຸລິມະສິດຊີວະນາໆພັນ1 (PBA1) ເຂດທົ່ງກະແຈງ/ເຂດນໍ້າມອນຕອນເທິງ:
ເປັນເຂດບຸລິມະສິດ ອັນດັບສູງສູດ ເນື່ອງຈາກມີຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນສູງສຸດ. ເປັນເຂດທີ່ມີຄວາມສູງຈາກລະດັບນໍ້າທະເລ ມີປ່າດົງດິບຊຸ່ມຊື່ນ ເຊິ່ງມີແນວໂນ້ມວ່າອາດຈະຍັງມີ ເສົາຫຼາ ຫຼົງເຫຼືອຢູ່ ແລະ ເປັນຖິ່ນທີ່ຢູ່ອາໄສຂອງປະຊາກອນ ນົກວູ່ວາວ ແລະ ເຫັງນຫາງກ່ານ. ພ້ອມນັ້ນກໍ່ຍັງເຊື່ອວ່າເປັນພື້ນທີ່ ທີ່ລະດັບການໃສ່ແຮ້ວ ຫຼື ການລ່າປະເພດອື່ນໆແມ່ນຍັງຕໍ່າ ຍ້ອນເປັນເຂດຢູ່ຫ່າງໄກ ສອກຫຼີກ ແລະ ບໍ່ສາມາດເຂົ້າເຖິງໄດ້ງ່າຍ.
- ເຂດບຸລິມະສິດຊີວະນາໆພັນ2 (PBA2) ເຂດນໍ້າແຈ/ຫ້ວຍຕອງ/ຫ້ວຍສະນາບ:
ເຂດນີ້ເປັນເຂດພື້ນທີ່ຕຳ່ທີ່ມີລັກສະນະເປັນປ່າປະສົມ ແລະ ປ່າແປກ. ພື້ນທີ່ນີ້ເປັນຖິ່ນທີ່ຢູ່ອາໄສສຳຄັນຂອງຟານເຂົາໃຫຍ່ ແລະ ສັດຕະກຸນລີງ. ໃນໄລຍະຜ່ານມາການໃສ່ແຮ້ວແມ່ນຢູ່ໃນລະດັບຕໍ່າ ແລະ ສ່ວນຫຼາຍການລ່າສັດທີ່ພົບເຫັນໃນເຂດນີ້ແມ່ນນຳໃຊ້ປືນ.
- ເຂດບຸລິມະສິດຊີວະນາໆພັນ3 (PBA3) ເຂດທົ່ງກ້ວາງ/ທົ່ງແສດ:
ເຂດນີ້ມີຖິ່ນທີ່ຢູ່ອາໄສ ແລະ ຄຸນຄ່າຂອງຊີວະນາໆພັນຄ້າຍຄືກັນກັບເຂດບຸລິມະສິດອັນດັບ2 ແຕ່ມີເສັ້ນທາງທີ່ສາມາດເຂົ້າເຖິງໄດ້ງ່າຍຈາກຫວຽດນາມ, ສະນັ້ນເຂດດັ່ງກ່າວນີ້ ຈິ່ງເຮັດໃຫ້ເກີດມີລັກລອບລ່າສັດຫຼາຍ. ຈຳນວນປະຊາກອນຂອງຊະນິດພັນທີ່ສໍາຄັນໄດ້ຖືກທໍາລາຍຢ່າງໜັກໜ່ວງ ແລະ ການສະກັດກັ້ນເພື່ອຫລຸດຜ່ອນການລ່າສັດຈະເປັນບັນຫາທ້າທາຍທີ່ສຸດໃນການຄຸ້ມຄອງ
ເຂດຄຸ້ມຄອງນໍາໃຊ້ (CUZ)
- ເຂດຄຸ້ມຄອງນຳໃຊ້ (CUZ): ເຂດນີ້ ອະນຸຍາດໃຫ້ລ່າສັດໄດ້ບາງຊະນິດ ແລະ ເກັບກູ້ເຄື່ອງປ່າຂອງດົງ, ແຕ່ບໍ່ອະນຸຍາດໃຫ້ດໍາເນີນກິດຈະກໍາດ້ານກະສິກໍາໄລຍະຍາວ ຫຼື ຂະໜາດໃຫຍ່. ບໍ່ໃຫ້ມີການຖ່າງປ່າເຮັດໄຮ່, ລ່າສັດຫວງຫ້າມ ແລະ ຕັດໄມ້ໃນເຂດດັ່ງກ່າວເດັດຂາດ. ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີເຂດຄຸ້ມຄອງນຳໃຊ້ທັງໝົດ 1,434 ກມ2ກວມເອົາ 974 ຕາກະໂລໃນການກວດກາລາດຕະເວນ.
ເຂດເຊື່ອມຕໍ່
- ເຂດເຊື່ອມຕໍ່. ແມ່ນເຂດທີ່ມີການທີມີການເຄື່ອນຢ້າຍຂອງສັດປ່າແຕ່ລະໆດູການ ເປັນບ່ອນເຊື່ອມຕໍ່ລະຫວ່າງປ່າສະຫງວນນີ້ກັບເຂດອື່ນ.
ເຂດກັນຊົນ
- ເຂດກັນຊົນ: ເຂດນີ້ແມ່ນຢູ່ໃນໄລຍະ 100 ແມັດ ຂອງເຂດແດນທັງສອງພາກ ລະຫວ່າງ ເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງນຳໃຊ້, ເຂດນີ້ບໍ່ໄດ້ມີການປັກປ້າຍ ແລະ ປະຊາຊົນທີ່ເຂົ້າມາໃນ ຫຼື ເຂົ້າໃກ້ເຂດດັ່ງກ່າວໂດຍບໍ່ໄດ້ຕັ້ງໃຈແມ່ນຈະຖືກຕັກເຕືອນ.