Nakai Nam Theun National Park

ຍຸດທະສາດ ປະຕິບັດລະບຽບການ

         ສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ ກອຊ.ນທ ໃຫ້ສຳເລັດ ແລະ ທັນກັບເຫດການ, ສ້າງ ແລະ ປັບປຸງຍຸດທະສາດ ການປະຕິບັດການຈັດຕັ້ງປະຕິບັດລະບຽບການຂອງສົກປີ 2022-2026 ໃຫ້ໄດ້ຮອງຮັບຈາກພາກສ່ວນທີ່ກ່ຽວຂ້ອງ ຫຼັງຈານັ້ນຈິ່ງ ສ້າງ ແລະ ປັບປຸງຄູ່ມືດ້ານການຝຶກອົບຮົມເຕັກນິກການກວດກາລາດຕະເວນປ່າ, ດ່ານກວດກາ, ທິມເຄື່ອນທີ່, ການຕິດຕາມ ແລະ ປະເມີນຜົນສະເພາະວຽກກວດກາລາດຕະເວນ ຂອງແຜນດໍາເນີນງານໄລຍະເວລາ ທີ 04 (SEMFOP 4) ປັບປຸງທົບທວນບົດບັນທຶກ(MoU)ກັບຄູ່ຮ່ວມງານຄືນໃໝ່ໂດຍສະເພາະກັບທະຫານທັງສອງແຂວງ ແລະ ວາງແຜນຍຸດທະສາດສະເພາະໃນການສະກັດກັ້ນການລັກລອບຕັດໄມ້, ລ່າສັດ, ຖ່າງປ່າ ແລະ ເກັບກູ້ເຄື່ອງປ່າຂອງດົງ ໃນເຂດ ກອຊ ນທ ໂດຍເນັ້ນໃສ່  03 ເຂດເທີງໃຫ້ມີປະສິດທິພາບ ແລະ ຍືນຍົງ. ໃຫ້ຖືເອົາວຽກກງານໂຄສະນາປຸກລະດົມວຽກງານອານຸລັກ, ເຜີຍແຜ່ນິິຕິກໍາຕ່າງທີ່ກ່ຽວຂ້ອງທົ່ວເຖີງ, ສ້າງ ແລະ ປັບປຸງອາຊີບໃຫ້ໝັ້ນຄົງໂດຍສະເພາະ ນາຍຟານ, ຈັດສັນຄູ້ມຄອງເຄື່ອງປ່າຂອງດົງຕາມລະດູການ, ຮັກສາການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ຫັນປ່ຽນການລ້ຽງສັດແບບທຳມະຊາດໂດຍກົງ 100% ມາສູ່ການການລ້ຽງໃນພື້ນທີ່ທີ່ສາມາດຄູ້ມຄອງໄດ້ຕາມຄວາມສາມາດ, ສ້າງເຂື່ອຄ່າຍຕະຫຼາດນັດຕາມລະດູການສ້າງລາຍຮັບທີ່ໝັ້ນຄົງໃຫ້ຊຸມຊົນພ້ອມຫຼຸດຜ່ອນຄວາມທຸກຍາກໃຫ້ສຳເລັດຕາມເງື່ອນໄຂມາດຖານເທື່ອລະກ້າວ.