Nakai Nam Theun National Park

 

          ໃນວັນທີ 11-28 ພຶດສະພາ 2024 ຄະນະກວດກາເອກະລາດໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ເດືອນມັກອນ-ເດືອນເມສາ 4ເດືອນຕົ້ນປີ 2024  ຂອງ ກອງຄຸ້ມຄອງອຸທິຍານແຫ່ງຊາດ-ນາກາຍນໍ້າເທີນ, ກອງຄູ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ 4ເດືອນຕົ້ນປີ 2024 ຮ່ວມກັບຄະນະກວດກາເອກະລາດ IMA ແລະ ພ້ອມດຽວກັນນັ້ນທາງ ຄະນະກວດກາເອກະລາດ IMA ກໍ່ຍັງໄດ້ລົງພົບກັບຄູ່ຮ່ວມງານທຸກຫ້ອງການຂອງເມືອງ ນາກາຍ, ຍົມມະລາດ, ບົວລະພາ, ເມືອງຄໍາເກີດ, ພົບກັບອໍນາດການຈັດຕັ້ງບ້ານ ປະຊາຊົນ 3 ເຂດເທິງ ເຂດນາວາງ, ເຂດທ່າໄຜ່ບ້ານ ແລະ ເຂດເຕິງ ເຊິ່ງໄດ້ຮັບການອໍານວຍຄວາມສະດວກຈາກຄູ່ຮ່ວມງານອໍານາດການປົກຄອງບ້ານຊາວບ້ານຫົວໜ້າເຂດເປັນຢ່າງດີ ພາຍຫຼັງທີ່ໄດ້ລົງຕິດຕາມກວດກາທ້ອງຖິ່ນສໍາແລ້ວກໍ່ໄດ້ມີການປະຊຸມ ແລະ ເຮັດວຽກກັບຄະນະກອງ,ຫົວໜ້າໜ່ວຍງານ, ວິຊາການພະນັກງານ ຂອງກອຊ.ນທ ກ່ອນຈະເດີນທາງໄປເຮັດວຽກ ແລະ ລາຍງານໃຫ້ກັບ ຮອງປະທານສະພາ, ສະມາຊິກສາພາ ບໍລິຫານ ແຂວງຄໍາມ່ວນ, ແຂວງບໍລິຄໍາໄຊ ແລະ ປະທານສະພາບໍລິຫານ ກະຊວງກະສິກໍາ ແລະ ປ່າໄມ້