ການຕຶກປາ & ກິນເຂົ້າປ່າ ຢູ່ລານໄຮ-ອ່າງນໍ້າເທີນ (1/2-ມື້)
ການເດີນທາງໄປຕຶກປາໃນຍາມເຊົ້າ ຫຼື ຕອນກາງເວັນ ຕາມອ່າງນ້ຳເທີນ. ຕຶກປາໂດຍໃຊ້ເຫຍື່ອຕາມ ແລະ ອຸກອນຕຶກປາ ໂດຍການຊ່ວຍເຫຼືອຈາກໄກ້ນຳທ່ຽວທ້ອງຖິ່ນ. ກິນເຂົ້າສວຍຢູ່ໂງ່ນຫີນປາກແມ່ນ້ຳ ຂອງລານໄຮ, ເປັນພື້ນທີ່ອັນໜຶ່ງທີ່ຄວາມສວຍງາມປະກອບດ້ວຍຫີນຂະໜາດໃຫຍ່ ແລະ ອ້ອມຮອບດ້ວຍປ່າໄມ້. ຖ້ຖ້າທ່ານໂຊກດີສາມາດເຫັນຊ້າງ & ລີງກັງລຽບຕາມແຄມອ່າງນ້້າເທີນ. ເວລາທີ່ເໝາະສົມທີ່ສຸດໃນການໄປເບິ່ງສັດປ່າແມ່ນຕອນເດິກ ຫຼື ຫຼັັງຕອນທ່ຽງ. ການເບິ່ງນົກຢູ່ບໍລິເວນອ່າງນ້ຳ ແມ່ນເປັນໄປໄດ້ໃນການພົບເຫັນ, ນົກແຫຼວ, ນົກຍາງຂາວ, ນົກກະເຕັນ ແລະ ນົກອື່ນໆ. ການທ່ອງທ່ຽວນີ້ແມ່ນຈັດຫາໃຫ້ໂດຍເຮືອນພັກໂພສີທ່າລັ່ງ.
ຮູບພາບ
- ການຕຶກປາຕາມອ່າງນ້ຳເທີນ 2
- ກິນເຂົ້າປ່າທີ່ລານໄຮ
- ລ່ອງເຮືອຕາມອ່າງນ້ຳ
- ອ່າງນ້ຳເທີນ 2
ຄວາມຫຍຸ້ງຍາກ: ງ່າຍ
ການທ່ອງທ່ຽວດັ່ງກ່າວນີຫ້າມບໍ່ໃຫ້ຍ່າງ, ຖາມເອົາຕັ່ງຍາງນຳໄກ້ນຳທ່ຽວຂອງທ່ານ ເພື່ອເຮັດໃຫ້ການລ່ອງເຮືອສຸດວກສະບາຍ.
ຕ້ອງມີໄກ້ນຳທ່ຽວທ້ອງຖິ່ນ.
ເຮືອນພັກຈະຕ້ອງ ຈັດຫາກະກຽມໄກ້ນຳທ່ຽວທ້ອງຖິ່ນໃຫ້ນັກທ່ອງທ່ຽວ.
ໂອກາດໃນການເຫັນສັດປ່າ
ຈຳພວກປາ, ນົກ, ລີງເສນຫາງຍາວ (ຕ້ອງໄດ້ອົດທົນ), ຊ້າງປ່າ (ຕ້ອງໄດ້ອົດທົນ&ມີໂຊກ)
ຈອງນຳບັນດາເຮືອນພັກທ້ອງຖິ່ນ
ຈອງນຳເຮືອນພັກສະບາຍດີທ່າລັ່ງ ຫຼື ເຮືອນພັກທ້ອງຖິ່ນອື່່ນໆໃນເມືອງ ນາກາຍ.
ແຜນການເດີນທາງທ່ອງທ່ຽວ
ນີ້ແມ່ນແຜນການເດີນທາງທີ່ງ່າຍ. ຕິດຕໍ່ເຮືອນພັກສະບາຍດີທ່າລັ່ງສຳລັບຂໍ້ມູນເພີ່ມເຕີມ.
7:00 AM – ຮັບປະທານ ອາຫານເຊົ້າຢູ່ ເຮືອນພັກຂອງທ່ານ.
ຈອງອາຫານເຊົ້າຂອງທ່ານໃຫ້ເລີ່ມແຕ່ເດິກກວ່າເກົ່າ.
8:00 AM – ເດີນທາງຈາກທ່າລັງໂດຍເຮືອ
ຂີ່ເຮືອຫາງຍາວພື້ນເມືອງ ຂ້າມອ່າງນ້ຳເທີນສອງ
9:00 AM – ຕຶກປາ
ໄກ້ນຳທ່ຽວຂອງທ່ານຈະຊ່ວຍທ່ານຕຶກໂດຍໃຊ້ເຫຍື່ອ ແລະ ອຸປະກອນຕຶກປາ.
11:00 AM – ຮັບປະທານອາຫານທ່ຽງທີ່ລານໄຮ
ຂີ່ເຮືອໄປລານໄຮ, ຍ່າງລຽບຕາມແຄມອ່າງເພື່ອໄປຫາຈຸດກິນເຂົ້າປ່າຢູ່ປາກແມ່ນ້ຳ. ສະນຸກກັບອາຫານທ່ຽງໃນແບບຂອງຄົນລາວ (ເລືອກຂອງການກິນເຈກະໄດ້-ຖາມໄກ້ນຳທ່ຽວຂອງທ່ານກ່ອນເດີນທາງ).
12:30 – 1:30 PM – ກັບຄືນມາທ່າລັ່ງ
“ການເດີນທາງດັ່ງກ່າວນີ້ແມ່ນດີຫຼາຍ ເພາະວ່າພວກເຮົາມີເວລາຫວ່າງແຕ່ຕອນເຊົ້າເທົ່ານັ້ນ ກ່ອນເດີນທາງໄປຖ້ຳກອງລໍໃນມືດຽວກັນ. ມັນມ່ວນຫຼາຍໃນການຕຶກປາ ແລະ ສະໜຸກກັບທຳມະຊາດຢູ່ບໍລິເວນອ່າງນ້ຳ”