ຍ່າງປ່າເບິ່ງຂາແດງ & ການຕັ້ງແຄ້ມຢູ່ນໍ້າແຈ (2/3-ມື້)
ການຍ່າງປ່າ2-3 ມື້ ດັງກ່າວນີ້ຈະນຳທ່ານໄປທີ່ເຂດນ້ຳແຈ ຂອງອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ, ຊຶ່ງເປັນໂອກາດດີທີສຸດໃນການພົບເຫັນຂາແດງ. ການເດີນທາງເລີ່ມຈາກທ່າລັງໂດຍການຂີເຮືອໄປຫາ ບ້ານ ນາຫາວ, ໄປຕໍ່ໂດຍການຍ່າງ ຫຼື ຂີ່ລົດຈັກ ຫຼື ລົດໄຖນາ ເພື່ອສົ່ງທ່ານໄປຍັງບ້ານ ນາວາງ ເປັນໝູ່ບ້ານ ໜຶງຂອງຊົນເຜົ່າມະກອງ ບ່ອນທີ່ທ່ານພັກຢູ່ເຮືອນພັກແຮມ ກັບຄອບຄົວປະຊາຊົນ ຖ້າຫາກຍ່າງມາ, ການຍ່າງຕາມເສັ້ນທາງທ່ອງທ່ຽວແມ່ນມີໄລຍະທາງປະມານ35 ກິໂລແມັດ ໂດຍຜ່ານໄຮ່, ທົ່ງນາ ແລະ ປ່າໄມ້, ການຕັ້ງແຄ້ມລຽບຕາມນ້ຳແຈ, ຟັງສຽງທະນີຮ້ອງໃນຕອນເຊົ້າ. ຍ່າງຄ່ອຍໆຕາມນ້ຳແຈໃນຕອນເຊົ້າ ຫຼື ຕອນບ່າຍ ເພື່ອເບິ່ງຂາແດງໃນເຮືອນຍອດປາຍໄມ້ຂອງຂາແດງ (ເຫັນໄດ້ດ້ວຍຄວາມພະຍາຍາມ ແລະ ມີໂຊກ) ການຍ່າງປ່າສາມາດຫຍໍ້ລົງມາເປັນ 2 ມື້ໄດ້ ໂດຍການອອກເດີນທາງແຕ່ເຊົ້າ ແລະ ຂີ່ລົດຈັກໄປ-ກັບໃນການຂົນສົ່ງຫາບ້ານ ນາວາງ ແລະ ຕົ້ນທາງ. ການທ່ອງທ່ຽວນີ້ແມ່ນກະກຽມໂດຍເຮືອນພັກໂພສີທ່າລັ່ງ.
ຮູບພາບ.
Red shanked Doucs – Nam Chae area ຂາແດງ – ເຂດນ້ຳແຈ
Pine forest on Nam Chae Trail – Day 1 ປ່າແປກຕາມເສັ້ນທາງນ້ຳແຈ -1 ມື້
Start of the trail from Ban Navang to Nam Chae ເລີ່ມເດີນທາງຈາກບ້ານ ນາວາງ ຫາ ນ້ຳແຈ
Mountain view from the Nam Chae Trail ວິວພູເຂົາຈາກເສັ້ນທາງນ້ຳແຈ
Giant squirrel-Nam Chae ກະຮອກໃຫຍ່-ນ້ຳແຈ
Start of the trail from Navang to Nam Chae ເລີ່ມເດີນທາງຈາກບ້ານ ນາວາງ ຫາ ນ້ຳແຈ
Nam Chae trail – Day 1 ເສັ້ນທາງນ້ຳແຈ – 1 ມື້
Nam chae Camp ແຄ້ມນໍ້າແຈ
Fire cooking – Nam Chae camp ດັງໄຟປຸງແຕ່ງອາຫານ-ນ້ຳແຈ
Nam Chae river ນ້ຳແຈ
Ban Hang – Nam chae substation – Nam Chae trail – Day 2 ຈຸດກວດກາ ບ້ານຮ້າງ-ນ້ຳແຈ-ເສັ້ນທາງນ້ຳແຈ- 2 ມື້.
Ban Hang-Nam Chae substation ຈຸດກວດກາບ້ານຮ້າງ-ນ້ຳແຈ
Ban Hang substation Camp site ຕັ້ງແຄ້ມຢູ່ຈຸດກວດກາບ້ານຮ້າງ
Ban Hang substation to Navang ຈຸດກວດກາບ້ານຮ້າງ ຫາ ນາວາງ
Bear Scratching – Nam Chae ຮ່ອງຮອຍໝີ-ນ້ຳແຈ
Fields near Ban Navang ທົ່ງນາໃຫ້ບ້ານ ນາວາາງ
Ban Nahao ບ້ານ ນາຫາວ
Homestay at Ban Navang ເຮືອນ ພັກແຮມ ຢູ່ບ້ານ ນາວາງ.
ຄວາມຍາກ: ຍາກ-ປານກາງ
ການເດີນທາງດັ່ງກ່າວນີ້ ມີໄລຍະທາງ 35-40 ກິໂລແມັດ ຂອງການຍ່າງປ່າມີບາງບ່ອນຕ້ອງປີນໄປໃນລະດັບປານກາງ ຫາ ລະດັບສູງ. ຄົນຍ່າງປ່າຕ້ອງມີສຸຂະພາບສົມບູນ.
ຕ້ອງມີໄກ້ນຳທ່ຽວທ້ອງຖິ່ນ
ເຮືອນພັກຈະກະກຽມໄກ້ນຳທ່ຽວທ້ອງຖິ່ນ ຈາກບ້ານ ນາວາງ, ຊຶ່ງຈຳເປັນຕ້ອງມີ
ໂອກາດໃນການເບິ່ງສັດປ່າ
ຂາແດງ, ສຽງທະນີຮ້ອງ (ໃນຕອນເຊົ້າ), ກະຮອກໃຫຍ່, ນົກ, ລີງ, ສັດເລືອຄານ ອື່ນໆ.
ຈອງນຳເຮືອນພັກທ້ອງຖິ່ນ
ຈອງນຳເຮືອນ ພັກໂພສີທ່າລັ່ງ ຫຼື ເຮືອນ ພັກນາກາຍຣີສອດ.
ແຜນການເດີນທາງ 3 ມື້
ນີ້ແມ່ນແຜນການເດີນທາງແບບງ່າຍ. ຕິດຕໍ່ເຮືອນພັກໂພສີທ່າລັງສຳລັບຂໍ້ມູນເພີມເຕີມ.
D1 7:00 AM – ຮັບປະທານອາຫານເຊົ້າຢູ່ເຮືອນພັກຂອງທ່ານ
ຈອງອາຫານເຊົ້າຂອງທ່ານໃຫ້ເລີ່ມແຕ່ເດິກກວ່າເກົ່າ.
D1 7:30 AM – ເດີນທາງຈາກທ່າລັງໂດຍເຮືອ
ຂີ່ເຮືອຫາງຍາວພື້ນເມືອງຂື້ນຜ່ານອ່າງນ້ຳເທີນ 2 ແລະ ຂື້ນໄປຫານ້ຳໂຊດ.
D1 10:00 AM ບ້ານ ນາຫາວ – ບ້ານ ນາວາງ
ແຈ້ງເຂົ້າອຸທິຍານຢູ່ສູນຕ້ອນຮັບແຂກນາຫາວ. ອອກຈາກບ້ານ ນາວາງໂດຍການຍ່າງຜ່ານທົ່ງນາ ແລະ ປ່າໄມ້ (8 ກິໂລແມັດ)
D1 11:30 AM – ຮອດບ້ານ ນາວາງ
ພົບກັບໄກ້ນຳທ່ຽວບ້ານຂອງທ່ານ, ຮັບປະທານອາຫານທ່ຽງຢູ່ໃນບ້ານ
D1 12:30 PM – ຍ່າງປ່າໄປຫາແຄ້ມນ້ຳແຈ
ຍ່າງປ່າຈາກບ້ານ ນາວາງ ຫາແຄ້ມນ້ຳແຈ, ຜ່ານບ້ານ ຝັງແດງ ແລະ ບ້ານ ທົ່ງສາດ. ເສັ້ນທາງແມ່ນຜ່ານທົ່ງນາ, ປ່າໄມ້ ແລະ ປ່າໄມ້ແປກ, ໄລຍະທາງທັງໝົດແມ່ນ 14,2 ກິໂລແມັດ. (ສຳລັບຜູ້ທີ່ຍ່າງໄວບໍ່ໄດ້ ຫຼື ຜູ້ທີ່ຍ່າງຕາມຊ້າ, ໃຫ້ຂີ່ລົດຈັກ ຫຼື ລົດໄຖນາ ໃນການຂົນສົ່ງຈາກບ້ານ ນາວາງ ຫາຈຸດເລີ່ມຕົ້ນຂອງປ່າທີ່ມີເສັ້ນທາງ 5,7 ກິໂລແມັດ.)
D1 5:00 PM – ຮອດແຄ້ມນ້ຳແຈ
ກາງເຕັນ ຫຼື ແຂວນອູ່ ຢູ່ແຄ້ມນ້ຳແຈ. ສະໜຸກສະໜານກັບປີ້ງບາບີຄິວ ສຳລັບອາຫານຄໍ່າ ທີ່ປຸງແຕ່ງໂດຍໄກ້ນຳທ່ຽວບ້ານ. ນັ່ງອ້ອມເຕົາໄຟ ແລະ ມີຄວາມສຸກກັບການເບິ່ງດາວຢູ່ເທິງ.
D2 5:30 AM – ຟັງສຽງທະນີຮ້ອງ
ຟັງສຽງທະນີແກ້ມຂາວທີ່ໄກ້ຈະສູນພັນ ຮ້ອງຢ່າງອອນຊອນ ຈາກປ່າໄມ້ທີ່ຢູ່ອ້ອມຂ້າງ.
D2 7:00 AM – ຮັບປະທານອາຫານເຊົ້າ
ເນື້ອໃນແຜນການເດີນທາງ
D2 8:00 AM – ຊອກເບິ່ງຂາແດງ
ຍ່າງລຽບຕາມນ້ຳແຈ ຊອກເບິ່ງຂາແດງໃນເຮືອນຂອງມັນ, ເສັ້ນທາງແມ່ນກ້າວໄປສູ່ຈຸດກວດກາບ້ານຮ້າງ-ນ້ຳແຈ. ມີໄລຍະທາງ 9,8 ກິໂລແມັດ.
D2 12:00 PM – ຮັບປະທານອາຫານທ່ຽງຢູ່ຈຸດກວດກາບ້ານ ຮ້າງ-ນ້ຳແຈ
ກິນເຂົາທ່ຽງຢູ່ ຈຸດກວດກາບ້ານຮ້າງ-ນ້ຳແຈ (ຄ້າຍລ່າຕະເວນ)
D2 1:00PM – ຍ່າງຂື້ນພູສູ່ບ້ານ ນາວາງ
ການຍ່າງກ້າວສຸດທ້າຍຂອງເສັ້ນທາງ, ໂດຍການປີນພູທີ່ຊັນ ກ່ອນທີ່ຜ່ານໄປເຖິງທົ່ງນາ ຫາບ້ານ ນາວາງ. ເພື່ອເປັນທາງເລືອກ: ນັກຍ່າງປ່າສາມາດເລືອກນອນແຄ້ມອີກໜຶ່ງຄືນໄດ້ ຢູ່ຈຸດກວດກາບ້ານຮ້າງ ແລະ ໃຊ້ເວລາຕອນບ່າຍໃນການຊອກເບິ່ງຂາແດງ ແລະ ສັດປ່າອື່ນໆ.
D2 5:00PM ເຮືອນພັກແຮມບ້ານ ນາວາງ (ຫຼື ນອນແຄ້ມຢູ່ສູນກວດກາບ້ານ ຮ້າງ)
ທາງເລືອກທີ 1: ພັກຄ້າງຄືນຢູ່ເຮືອນພັກແຮມຂອງປະຊາຊົນບ້ານ ນາວາງ, ຊຸມຊົນເຜົ່າມະກອງ.
ທາງເລືອກທີ 2: ຕັ້ງແຄ້ມຢູ່ຈຸດພັກກວດກາບ້ານຮ້າງ-ນ້ຳແຈ.
D3: ກັບຄືນທ່າລັ່ງ
ຍ່າງກັບໄປບ້ານ ນາຫາວ ຫຼັງຈາກຮັບປະທານອາຫານເຊົ້າ ແລະ ຂີ່ເຮືອກັບທ່າລັ່ງ. ມາຮອດຕອນບ່າຍ.
ແຜນການເດີນທາງ 2 ມື້
ແຜນການເດີນທາງທີ່ງ່າຍດັ່ງກ່າວນີ້. ຕິດຕໍ່ເຮືອນພັກໂພສີທ່າລັ່ງສຳລັບຂໍ້ມູນເພີ່ມເຕີມ.
D1 5:00 AM – ເດີນທາງຈາກທ່າລັ່ງດ້ວຍເຮືອ
ຂີ່ເຮືອຫາງຍາວພືນເມືອງ ຫາບ້ານ ນາຫາວ ຂື້ນໄປຜ່ານອ່າງນ້ຳເທີນ 2 ແລະ ຂື້ນໄປຫານ້ຳໂຊດ. ມີການເຟ ແລະ ອາຫານຫວ່າງຢູ່ໃນເຮືອ.
D1 7:30 AM – ບ້ານ ນາຫາວ – ບ້ານ ນາວາງ
D1 8:30 AM – ຮອດບ້ານ ນາວາງ
D1 9:00 AM – ຍ່າງໄປຫາແຄ້ມນໍ້າແຈ
D1 12:00 PM – ຮັບປະທານອາຫານທ່ຽງຢູ່ໃນປ່າ
D1 5:00 PM – ຮອດແຄ້ມນ້ຳແຈ
D2 5:30 AM – ຟັງສຽງທະນີຮ້ອງ
D2 6:00 AM – ຮັບປະທານອາຫານເຊົ້າ
D2 6:30 AM – ຊອກເບິ່ງຂາແດງ
D2 10:30 AM – ຮັບປະທານອາຫານທ່ຽງຢູ່ຈຸດກວດກາບ້ານ ຮ້າງ-ນ້ຳແຈ
D2 11:30AM – ຍ່າງຂື້ນພູສູ່ບ້ານ ນາວາງ
D2 3:30PM ເດີນທາງຈາກບ້ານ ນາວາງ ຫາ ບ້ານ ນາຫາວ
D2 4:30PM ກັບຄືນທ່າລັ່ງ
“ການເດີນທາງດັງກ່າວນີ້ ຂ້ອນຂ້າງພະຈົນໄພ! ພວກເຮົາເຫັນຂາແດງໃນຕອນເຊົ້າ ໃນມື້ທີ່ສອງ. ພວກເຮົາເຫັນຂາແດງນັ່ງ ແລະ ໂດດຢູ່ເທິງຕົ້ນໄມ້. ການຍ່າງແມ່ນບໍ່ຍາກປານໃດ, ແຕ່ວ່າໃຊ້ເວລາດົນ”