Nakai Nam Theun National Park

ຍ່າງເບິ່ງນ້ຳຕົກຕາດຍິ້ມ  & ກິນເຂົ້າຢູ່ຫາດຊາຍ ຕາມນໍ້າໂຊດ (ໝົດມື້)

ການເດີນທາງໝົດມື້ ເຂົ້າໄປໃນອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ. ຍ່າງປ່າໄປຫາຕາດຍິ້ມ & ກິນເຂົ້າປ່າຢູ່ຫາດຊາຍນ້ຳໂຊດ. ໄກ້ນຳທ່ຽວບ້ານ ຈະຊີ້ບອກພືດທີ່ເປັນຍາຕາມເສັ້ນທາງ  ຍ່າງປ່າ. ຢ້ຽມຢາມບ້ານ ນາຫາວ, ເປັນບ້ານຊົນເຜົ່າໜຶ່ງທີ່ນອນຢູ່ໃນອຸທິຍານ, ແລະ ຮຽນຮູ້ກ່ຽວກັບການສານກະຕ່າ. ເບິ່ງນົກ, ລີງເສນ (ເມື່ອມີໂຊກເທົ່ານັ້ນ) ໃນການຂີ່ເຮືອໄປ-ກັບ ຈາກທ່າລັ່ງ. ການທ່ອງທ່ຽວດັ້ງກ່າວນີ້ແມ່ນເຮືອນພັກໂພສີທ່າລັ່ງເປັນຝ່າຍກະກຽມໃຫ້.

ແປຊື່ຂອງຮູບພາບ

Boating on the reservoir ການຂີ່ເຮືອຕາມອ່າງນໍ້າ

Nam Theun 2 Reservoir ອ່າງນໍ້າເທີນ 2

Tad Nyim ຕາດຍິ້ມ

Nam Xot River near Nahao Village ນ້ຳໂຊດຢູ່ໃກ້ບ້ານ ນາຫາວ.

Boating on the reservoir ການຂີ່ເຮືອຕາມອ່າງນ້ຳ

Nam Theun 2 Reservoir ອ່າງນ້ຳເທີນ 2

Tad Nyim ຕາດຍິ້ມ

 

ຄວາມຍາກ: ປານກາງ

ການເດີນທາງດັ່ງກ່າວນີ້ ລວມທັງການຍ່າງຫາຕາດຍີ້ມປະມານ 2 ຊົ່ວໂມງ ດ້ວຍການປີນພູນເຂົາ.

ຕ້ອງມີໄກ້ນຳທ່ຽວທ້ອງຖິ່ນ.

ເຮືອນພັກຈະຕ້ອງ ຈັດຫາກະກຽມໄກ້ນຳທ່ຽວທ້ອງຖິ່ນໃຫ້ນັກທ່ອງທ່ຽວ.

ໂອກາດໃນການເຫັນສັດປ່າ

ນົກ, ລີງເສນ (ດ້ວຍຄວາມອົດທົນ), ສັດເລືອຄານອື່ນໆ.

ຈອງນຳບັນດາເຮືອນພັກທ້ອງຖິ່ນ

ຈອງນຳເຮືອນພັກໂພສີທ່າລັ່ງ ຫຼື ເຮືອນພັກທ້ອງຖິ່ນອື່່ນໆໃນເມືອງ ນາກາຍ.

ແຜນການເດີນທາງທ່ອງທ່ຽວ

ແຜນການເດີນທາງທີ່ງ່າຍດັ່ງກ່າວນີ້. ໃຫ້ຕິດຕໍ່ເຮືອນພັກໂພສີ ທ່າລັ່ງສຳລັບຂໍ້ມູນເພີ່ມເຕີມ.

7:00 AM – ຮັບປະທານ ອາຫານເຊົ້າຢູ່ ເຮືອນພັກຂອງທ່ານ.

ຈອງອາຫານເຊົ້າຂອງທ່ານໃຫ້ເລີ່ມແຕ່ເດິກກວ່າເກົ່າ.

7:30 AM – ເດີນທາງຈາກທ່າລັງໂດຍເຮືອ

ຂີ່ເຮືອຫາງຍາວໄປຫາບ້ານ ນາຫາວ ຂີ່ຂື້ນຜ່ານອ່າງນ້ຳເທີນ 2 ແລະ ຂື້ນໄປຫານ້ຳໂຊດ.

10:00 AM – ຮອດບ້ານ ນາຫາວ

ຍ່າງເບິ່ງບ້ານຊົນເຜົ່າແຫ່ງນີ້, ຮຽນຮູ້ໂດຍຫຍໍ້ກ່ຽວກັບການສານກະຕ່າ, ເວລາທີ່ອະນຸຍາດໃຫ້.

11:00 AM – ຂີເຮືອຫາຈຸດກິນເຂົ້າປ່ານ້ຳໂຊດ.

ຂີ່ເຮືອໄປຫາຈຸດກິນເຂົ້າປ່າຢູ່ຫາດຊາຍນ້ຳໂຊດ ກັບໄກ້ນຳທ່ຽວບ້ານ, ສະໜຸກກັບກິນເຂົ້າປ່າ ໃນແບບຂອງຄົນລາວ (ມີທາງເລືອກສຳລັບກິນເຈ ກະໄດ້, ຖາມໄກ້ນຳທ່ຽວຂອງທ່ານກ່ອນອອກເດີນທາງ) ລອຍນ້ຳຈັກບາດໜຶ່ງ ຖ້າຫາກວ່າມັນຮ້ອນ.

12:30 – 2:30 PM – ຍ່າງປ່າໄປເບິງນ້ຳຕົກ ຢູ່ຕາດຍິ້ມ.

ຍ່າງປ່າໄປເບິ່ງນ້ຳຕົກ ຢູ່ຕາດຍິ້ມ ຫຼັງຈາກຮັບປະທານອາຫານທ່ຽງແລ້ວ, ໄກ້ນຳທ່ຽວບ້ານຈະຊີ້ບອກພືດທີ່ເປັນຍາພື້ນເມືອງ ລຽບຕາມເສັນທາງ (ນັກທ່ອງທ່ຽວຕ້ອງມີສຸຂະພາບສົມບູນ ແລະ ມັກການພະຈົນໄພເທົ່ານັ້ນ, ຊຶ່ງຈະຕ້ອງໄດ້ປີນຂື້ນໄປຫານ້ຳຕົກຕາດ, ເວລາມີຈຳກັດ)

2:30 – 5:00PM – ກັບຄືນທ່າລັງ

ກັບໄປບ້ານ ນາຫາວ ເພື່ອແວ່ສົ່ງໄກ້ນຳທ່ຽວບ້ານ ກ່ອນເດີນທາງກັບທ່າລັ່ງ. ເບິ່ງນົກ ແລະ ລີງ ໃນຕອນບ່າຍໃນຂະນະທີເດີນທາງກັບ.

“The picnic spot was excellent! And the hike wasn’t to

“ບ່ອນກິນເຂົ້າປ່າແມ່ນດີເລີດ! ແລະ ການຍ່າງປ່າກໍບໍ່ຍາກຫຼາຍ. ພວກເຮົາມັກໃນການຢ້ຽມຢາມຊາວບ້ານ ແລະ ຮຽນຮູ້ວິທີຈັກສານກະຕ່າ. ເທືອໜ້າ ພວກເຮົາຢາກມາຕັ້ງແຄ້ມອີກ”

ຄາເຣັນ ບາບຽນ

ລູກຄ້າກ່າວໄວ້