ຍ່າງປ່າເບິ່ງໄມ້ຮິງຊໍາ & ກາງເຕັ່ນນອນຕາມຫາດຊາຍນໍ້າໂຊດ (2-ມື້)
ການຍ່າງປ່າເພື່ອເບິ່ງປ່າໄມ້ຮິງຊຳຂອງອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ. ຕັ້ງແຄ້ມຢູ່ຫາດຊາຍທີ່ມີຊື່ສຽງຂອງນໍ້ຳໂຊດ ແລະ ສະໜຸກກັບການຮັບປະທານອາຫານຄໍ່າດ້ວຍປີ້ງບາບີຄິວ ທ່າມກາງແສງດາວ. ຟັງສຽງທະນີຮ້ອງໃນຍາມເຊົ້າ. ສຳລັບການພະຈົນໄພ ແລະ ສຸຂະພາບສົມບູນ, ປີນຂື້ນໄປເບິ່ງນ້ຳຕົກ ຢູ່ຕາດຍິ້ມ ໄປທາງດຽວກັນກັບໄມ້ຮິງຊຳ. ຢ້ຽມຢາມບ້ານ ນາຫາວ ຊຶ່ງເປັນບ້ານ ຊົນເຜົ່າໜຶ່ງ ທີ່ນອນຢູໃນອຸທິຍານ ແລະ ຮຽນຮູ້ກ່ຽວກັບການສານກະຕ່າ, ເບິ່ງນົກ ແລະ ລີງເສນ (ເມື່ອມີໂຊກເທົ່ານັ້ນ) ໃນການເດີນທາງໄປ-ກັບຈາກທ່າລັ່ງ. ການທ່ອງທ່ຽວດັ່ງກ່າວນີ້ແມ່ນເຮືອນພັກໂພສີທ່າລັ່ງເປັນຜູ້ກະກຽມໃຫ້.
ແປຊື່ຮູບພາບ
ໄມ້ຮິງຊຳ
ຕາດຍິ້ມ
ຄວາມຍາກ: ຍາກ–ປານກາງ
ການທ່ອງທ່ຽວດັ່ງກ່າວນີ້ ໃຊ້ເວລາປະມານ 4 ຊົ່ວໂມງ ໃນການຍ່າງໄປເບິ່ງປ່າໄມ້ຮິງຊຳ ແລະ ນ້ຳຕົກຢູ່ຕາດຍິ້ມ. ເລືອກເສັ້ນທາງລະຫວ່າງຍາກທຳມະດາ ແລະ ຍາກຫຼາຍ ອິງຕາມຄວາມສົມບູນຂອງສຸຂະພາບ.
ຕ້ອງມີໄກ້ນຳທ່ຽວ & ເຮືອ ຂອງຊາວບ້ານ
ເຮືອນພັກຈະກຽມໄກ້ນຳທ່ຽວ ແລະ ເຮືອຊາວບ້ານ ຈາກບ້ານ ນາຫາວ, ຊຶ່ງຈຳເປັນຕ້ອງມີ.
ໂອກາດໃນການເບິ່່ງສັດປ່າ
ສຽງທະນີຮ້ອງ (ໃນຍາມເຊົ້າ), ນົກ, ລີງເສນ (ດ້ວຍຄວາມອົດທົນ), ສັດເລືອຄານອື່ນໆ.
ຈອງນຳເຮືອນພັກທ້ອງຖິ່ນ
ຈອງນຳເຮືອນພັກໂພສີທ່າລັ່ງ ຫຼື ເຮືອນພັກທ້ອງຖິ່ນອື່ນໆ ໃນເມືອງ ນາກາຍ.
ແຜນການເດີນທາງທ່ອງທຽວ
ນີ້ແມ່ນການເດີນທາງທີ່ງ່າຍ. ຕິດຕໍ່ເຮືອນພັກໂພສີທ່າລັງສໍາລັບຂໍ້ມູນເພີ່ມເຕີມ.
D1 7:00 AM – ຮັບປະທານອາຫານເຊົາຢູ່ເຮືອນພັກຂອງທ່ານ
ຈອງອາຫານເຊົ້າຂອງທ່ານໃຫ້ເລີ່ມແຕ່ເດິກກວ່າເກົ່າ.
D1 7:30 AM – ເດີນທາງຈາກທ່າລັງໂດຍເຮືອ
ຂີ່ເຮືອຫາງຍາວໄປຫາບ້ານ ນາຫາວ ຂີ່ຂື້ນຜ່ານອ່າງນ້ຳເທີນ 2 ແລະ ຂື້ນໄປຫານ້ຳໂຊດ.
D1 10:00 AM – ຮອດບ້ານ ນາຫາວ
ຍ່າງເບິ່ງບ້ານຊົນເຜົ່າແຫ່ງນີ້, ຮຽນຮູ້ກ່ຽວກັບການສານກະຕ່າ ໂດຍໃຊ້ວັດສະດຸທຳມະຊາດເຮັດ.
D1 12:00 – ຮັບປະທານອາຫານທ່ຽງຢູ່ບ້ານ ນາຫາວ
ສະໜຸກກັບອາຫານທ່ຽງ ທີ່ກຸ່ມເຮືອນພັກແຮມທ້ອງຖິ່ນເຮັດ.
D1 1:30 AM – ຂີເຮືອຫາຈຸດຕັ້ງແຄ້ມນ້ຳໂຊດ.
ຂີ່ເຮືອໄປຫາຈຸດຕັ້ງແຄ້ມນ້ຳໂຊດ ໂດຍໄກ້ນຳທ່ຽວ ແລະ ເຮືອຊາວບ້ານ ຈາກບ້ານ ນາຫາວ. ກາງເຕັ່ນໄວ້, ລອຍນ້ຳຈັກບາດໜຶ່ງ ຖ້າຫາກວ່າມັນຮ້ອນ ແລະ ພັກຜ່ອນ.
D1 6:00 PM – ຮັບປະທານອາຫານຄໍ່ຳດ້ວຍປີ້ງບາບີຄິວ.
ສະໜຸກກັບການຮັບປະທານອາຫານຄໍ່າດ້ວຍປີ້ງບາບີຄິວ ຢູ່ຫາດຊາດທີ່ມີຊື່ສຽງ, ນັ່ງອ້ອມກອງໄຟ ແລະ ມີຄວາມສຸກກັບດາວເຕັມທ້ອງຟ້າ.
D2 5:30 AM – ຟັງສຽງທະນີຮ້ອງ
ຟັງສຽງຮ້ອງທີ່ອອນຊອນ ຂອງທະນີແກ້ມຂາວທີ່່ໄກ້ຈະສູນພັນ ຈາກປ່າໄມ້ແຖວອ້ອມຂ້າງ.
D2 7:00 AM – ຮັບປະທານອາຫານເຊົ້າ
ເນື້້ອໃນແຜນການເດີນທາງ
D2 8:00 AM – ຍ່າງປ່າໄປເບິີ່ງນ້ຳຕົກ ຢູ່ຕາດຍິ້ມ
ການຍ່າງໄປຫາປ່າໄມ້ຮິງຊຳ. ສຳລັບຄົນທີ່ມັກພະຈົນໄພ ແລະ ສຸຂະພາບສົມບຸນເທົ່ານັ້ນ, ຊຶ່ງມີການປີນຂື້ນໄປຫາຕາດຍິ້ມ. ໄກ້ນຳທ່ຽວບ້ານຈະຊີ້ບອກພືດທີ່ເປັນຢາລຽບຕາມທາງຍ່າງ ທີ່ໃຊ້ເວລາປະມານ 4 ຊົ່ວໂມງ.
D2 12:00 PM – ກິນເຂົ້າປ່າຕອນທ່ຽງຢູ່ຫາດຊາຍ & ລອຍນ້ຳ
ຫຼັງຈາກກັບມາແຕ່ຍ່າງປ່າ, ສະໜຸກກັບການກິນເຂົ້າປ່າຢູ່ຫາດຊາຍ, ລອຍນ້ຳເທື່ອສຸດທ້າຍຈັກບາດໜຶ່ງກ່ອນທີ່ເກັບມ້ຽນອຸປະກອນຕັ້ງແຄ້ມ.
D2 2:00 – 4:30PM – ກັບທ່າລັ່ງ
ກັບມາບ້ານ ນາຫາວ ເພື່ອແວ່ສົ່ງໄກ້ນຳທ່ຽວຂອງທ່ານ ກ່ອນເດີນທາງກັບທ່າລັ່ງ, ເບິ່ງນົກ ແລະ ລີງເສນ ໃນຕອນບ່າຍໃນຂະນະທີເດີນທາງກັບ.
“ພວກເຮົາມາທ່ຽວເປັນຄອບຄົວມີສີ່ຄົນ ແລະ ສະໜຸກກັບການເດີນທາງດັ່ງກ່າວນີ້. ຈຸດເດັ່ນແມ່ນການຕັ້ງແຄ້ມກາງຫາດຊາຍ ແລະ ນັ່ງອ້ອມເຕົາໄຟ”