
This is the heading
ວັນທີ 5 ມີນາ 2024 ນີ້ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດພິທີປະກາດການຈັດຕັ້ງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໂດຍການເປັນປະທານຂອງທ່ານ ປອ ສົມຫັວງ ພິມມະວົງ ຫົວໜ້າກົມປ່າໄມ້ ມີທ່ານເຈົ້າເມືອງ,ຫົວໜ້າພະເເນກ,ຫົວໜ້າຫ້ອງການ, ຕະຫລອດຮອດພະນັກງານວິຊາການເຂົ້າຮ່ວມທັງໝົດ. ໃນພິທີ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານໄດ້ຂື້ນຜ່ານຂໍ້ຕົກລົງສະບັບ ເລກທີ 4909/ກປ, ລົງວັນທີ 5 ທັນວາ 2023 ວ່າດ້ວຍການແຕ່ງຕັ້ງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໂດຍປະກາດແຕ່ງຕັ້ງ ທ່ານ ສາຄອນ ກຸນນາວົງ ເປັນຮອງຫົວໜ້າກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ. ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດວຽກງານຕາມພັກ-ລັດມອບໝາຍ ໃຫ້ມີຄວາມໜັກແໜ້ນເສີມແຮງໃຫ້ບັນດາໜ້າວຽກໃຫ້ມີຄວາມເຂັ້ມແຂງ, ເພື່ອປະກອບສ່ວນເຂົ້າໃນການປັກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະກໍ່ຄືການປົກປັກຮັກສາຊັບພະຍາກອນທຳມະຊາດ,ປ່າໄມ້,ສັດນໍ້າ-ສັດປ່າ ພ້ອມທັງການປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃຫ້ດີຂື້ນເທື່ອລະກ້າວ.