Nakai Nam Theun National Park

ພູມສັນຖານ

ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຍັງມີຄວາມຫລາກຫລາຍທາງດ້ານປະເພດຖິ່ນທີ່ຢູ່ ອາໃສ. ພູພຽງນາກາຍ ມີລັກສະນະເປັນເຂດປ່າແປກດຶກດໍາບັນ. ພື້ນທີ່ພູດອຍ ສູງຈາກ ລະດັບນໍ້າທະເລ 600–-1000 ແມັດ ເປັນປ່າດົງດິບເຂດແຫ້ງແລ້ງ ຊຶ່ງເປັນສ່ວນໃຫຍ່ ຂອງພື້ນທີ່ອຸທິຍານ. ປ່າເຂດພູດອຍ ແມ່ນພົບເຫັນ ຢູ່ເທິງຈຸດສູງຈາກ ລະດັບນໍ້າທະເລ 1800 ແມັດ. ປ່າດົງດິບເຂດຊຸ່ມຊື່ນແມ່ນສາມາດພົບເຫັນໄດ້ ເປັນບາງຈຸດ ຢູ່ລຽບ ຕາມຊາຍແດນ ທີ່ຕິດກັບສສ ຫວຽດນາມ ຊຶ່ງມີຄວາມສໍາຄັນເປັນພິເສດ ຍ້ອນມັນ ເປັນບ່ອນຢູ່ ຂອງປະເພດສັດໃກ້ຈະສູນພັນ ຂອງສາຍພູຫລວງ. ໃນພື້ນທີ່ ຕໍ່າກວ່າ 600 ແມັດ ຈາກລະດັບນໍ້າທະເລ ມີພື້ນທີ່ທໍາການຜະລິດ, ປ່າເຫລົ່າ, ປ່າພຸ່ມ ແລະ ປ່າໄມ້ປ່ອງທີ່ສາມາດພົບເຫັນ ຢູ່ບໍລິເວນໃກ້ຄຽງກັບ ບ້ານປະຊາຊົນ.

ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ

ເຂດອຸທິຍານດັ່ງກ່າວ ໄດ້ຖືກແບ່ງອອກເປັນ 4 ເຂດຄຸ້ມຄອງຫລັກໆ ຄື:
  • ເຂດຫວງຫ້າມເດັດຂາດ – ເປັນເຂດທີ່ບໍ່ອະນຸຍາດ ໃຫ້ດໍາເນີນ ກິດຈະກໍາໃດໆ ຍົກເວັ້ນການສຶກສາຄົ້ນຄ້ວາ ທາງດ້ານວິທະຍາສາດ ແລະ ທາງ ຍ່າງສໍາລັບການ
    ທ່ອງທ່ຽວທໍາມະຊາດ;
  • ເຂດອະນຸລັກພິເສດ – ບໍ່ອະນຸຍາດໃຫ້ເຮັດກິດຈະກໍາໃດໆ ເວັນເສຍແຕ່ ກິດຈະກໍາທີ່ກ່ຽວພັນ ກັບການຄຸ້ມຄອງ;
  • ເຂດອະນຸລັກຊີວະນາໆພັນ ທ່ີເປັນບູລິມະສິດສູງ – ພື້ນທີ່ແຜ່ ພັນຂອງສັດປ່າ ແລະ ເປັນຖິ່ນຢູ່ອາໃສ ຂອງປະຊາກອນສັດປ່າທີ່ສໍາຄັນ ແລະ ເປັນ ເຂດຈຸດສຸມ ຂອງການຄົ້ນຄົ້ວາ ແລະ ການຈັດຕັ້ງປະຕິບັດກົດຫມາຍ;
  • ເຂດຄຸ້ມຄອງນາໍໃຊ້ – ເປັນເຂດທີ່ສາມາດ ດໍາເນີນທຸລະກິດ ທ່ອງທ່ຽວທໍາ ມະຊາດ, ເກັບກູ້ເຄື່ອງປ່າຂອງດົງຈາກທໍາມະຊາດ, ຜະລິດກະສິກໍາ, ປູກໄມ້ ແລະ ເຄື່ອງປ່າຂອງດົງ ຕາມທີ່ລັດຈັດສັນໃຫ້ ເພື່ອສ້າງເສດຖະກິດຄອບຄົວ ເປັນສິນຄ້າ, ແຕ່ບໍ່ອະນຸຍາດໃຫ້ ຕັດໄມ້ທໍາມະຊາດ ເພື່ອດໍາເນີນທຸລະກິດ;