Nakai Nam Theun National Park

ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ

        ປ່າສະຫງວນນາກາຍນໍ້າເທີນໄດ້ປະກາດເປັນປ່າສະຫງວນແຫ່ງຊາດ ຕາມດໍາລັດສະບັບເລກທີ 164/ນຍ, ລົງວັນທີ 29/10/1993 ແລະ ຕໍ່ມາກໍ່ໄດ້ປະກາດເປັນອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຕາມດໍາລັດເລກທີ 36/ນຍ, ລົງວັນທີ 15 ກຸມພາ 2019.

        ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີເນື້ອທີທັງຫມົດ 427,770 ຮຕ ກວມເອົາ 2 ແຂວງ ຄື ແຂວງຄໍາມ່ວນ (ເມືອງນາກາຍ, ເມືອງຍົມມະລາດ, ເມືອງບົວລະພາ) ແລະ ແຂວງບໍລິຄໍາໄຊ (ເມືອງຄໍາເກິດ). ພື້ນທີ່ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີລັກສະນະພູມສັນຖານ ເປັນພູສູງ ສະຫຼັບ ພູພຽງ ຕັ້ງຢູ່ລຽບສາຍພູຫຼວງ.

        • ທິດຕາເວັນອອກ ມີຊາຍແດນປະເທດຫວຽດນາມ ມີຄວາມຍາວ 160 ກິໂລແມັດ.

        • ທິດຕາເວັນຕົກຕິດກັບປ່າສະຫງວນແຫ່ງຊາດພູຫີນປູນ ມີຄວາມຍາວ 144 ກິໂລແມັດ.

        • ທິດເໜືອຕິດກັບ ເມືອງ ນາກາຍ-ຄໍາເກີດ ມີຄວາມຍາວ 156 ກິໂລແມັດ.

      • ແລະ ທິດໃຕ້ ຕິດກັບ ເມືອງ ຍົມມະລາດ-ບົວລະພາ (ອຸທິຍານຫີນໜາມໜໍ່) ມີຄວາມຍາວ 61 ກິໂລແມັດ.

ຫ້ອງການກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຕັ້ງຢູ່ບ້ານ ອຸດົມສຸກ ເມືອງ ນາກາຍ ແຂວງ ຄໍາມ່ວນ