#ທີມງານນັກສຶກສາມະຫາວິທະຍາໄລຣາຊະພັດສະກົນນະຄອນປະເທດໄທລົງທັດສະນະສຶກສາແລກປ່ຽນບົດຮຽນຢູ່ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ.
ໃນລະຫ່ວາງວັນທີ 5-7 ມັງກອນ 2024 ນີ້ທີ່ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ເມືອງ ນາກາຍ ແຂວງ ຄຳມ່ວນ ທີມງານຄູອາຈານ ແລະ ນັກສຶກສາລະດັບປະລິນຍາໂທ-ເອກ ຈາກມະຫາວິທະຍາໄລ ຣາຊະພັດ ສະກົນນະຄອນ ຣາຊະອານາຈັກໄທ ມາທັດສະນະສຶກສາແລກປ່ຽນບົດຮຽນ ຢູ່ກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ເພື່ອເປັນການແລກປ່ຽນບົດຮຽນກ່ຽວກັບ ລັດຖະປະສາດ,ການບໍລິຫານຈັດການພາກລັດ ເເລະ ເອກະຊົນ ໂດຍສະເພາະໃນການຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ກໍ່ຄືການປົກປັກຮັກສາ ແລະ ສົ່ງເສີມການອະນຸລັກ ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ ພ້ອມທັງອະນຸລັກປົກປັກຮັກສາ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນໃຫ້ອຸດົມສົມບູນຍືນຍົງຍາວນານ.
ຂະບວນການທັດສະນະໃນຄັ້ງນີ້ ຍັງໄດ້ລົງມອບເຄື່ອງອຸປະກອນການສຶກສາ ເເລະ ກິລາ ໃຫ້ກັບໂຮງຮຽນທີ່ຢູ່ໃນ ເເລະ ເຂດອ້ອມຮອບອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ພ້ອມກັບລົງຕົວຈິງ ແລະ ມີຫລາກຫລາຍກິດຈະກຳ ຢູ່ພາກສະໜາມເຂດອຸທິຍານແຫ່ງຊາດນາກາຍ ນໍ້າເທີນ.





ຮູບພາບ/ຂ່າວ: ສາຄອນ ເພັດບົວທອງ (ກອຊ.ນທ).