ໃນໄລຍະ 6 ເດືອນຕົ້ນປີ ຫນ່ວຍງານພັດທະນາຊີວິດການເປັນຢູ່ປະຈຳກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ ນ້ຳເທີນ ໂດຍສະເພາະພະນັກງານພັດທະນາ ໄດ້ປະສານສົມທົບກັບທີມງານວິຊາການ ນ້ຳສະອາດເມືອງ ນາກາຍ, ຄະນະພັກອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານແມ່ນໄດ້ພ້ອມພາກັນຈັດຕັ້ງປະຕິບັດວຽກງານນ້ຳລິນໃນ ບ້ານ ປຸ່ງສ້ານ (ຄຸ້ມປຸ່ງ) ເຊິ່ງກຳລັງດຳເນີນງານໂດຍການເປັນເຈົ້າການແບບມີສ່ວນຮ່ວມຂອງຊຸມຊົນບົນພື້ນຖານການແນະນຳເຕັກນິກວິຊາການຈາກວິຊາການນ້ຳສະອາດເມືອງ ແລະ ພະນັກງານວິຊາການເມືອງ.