ພາບລວມຂອງຂໍ້ມູນນັກທ່ອງທ່ຽວ
ປະຈຸບັນອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ໄດ້ເປີດສາມພື້ນທີ່ຫຼັກເພື່ອໃຫ້ບໍລິການ ສຳລັບນັກທ່ອງທ່ຽວຄື: ເຂດນ້ຳໂຊດ (1-3 ວັນ, ທ່ອງທ່ຽວດ້ວຍການຂີ່ເຮືອ, ການຕັ້ງແຄ້ມ ແລະ ການຍ່າງປ່າຢ່າງສະດວກ), ເຂດນ້ຳແຈ (3-4 ວັນ, ການຍ່າງປ່າ) ແລະ ເຂດອ່າງນ້ຳເທີນ 2 (1/2 ວັນ, ການຂີ່ເຮືອ ແລະ ການພາຍເຮືອຄາຍັກ). ນັກທ່ອງທ່ຽວຈະຕ້ອງໄດ້ມີພະນັກງານນຳທ່ຽວທ້ອງຖິ່ນ ແລະ ຊື້ປີ້ ເພື່ອເຂົ້າຊົມອຸທິຍານຢູ່ບັນດາເຂດດັ່ງກ່າວນີ້, ຊຶ່ງຈະໄດ້ຈັດຫາໃຫ້ໂດຍຜ່ານເຮືອນພັກທ້ອງຖິ່ນຢູ່ໃນເມືອງ ນາກາຍ, ສຳລັບເຂດອື່ນຈະມີການອະນຸຍາດພິເສດ. ສຳລັບຂໍ້ມູນສະຖານທີ່ທ່ອງທ່ຽວ, ລາຍການທ່ອງທ່ຽວ, ທີ່ພັກ, ທິດທາງ, ສິ່ງທີ່ເຮັດ, ສິ່ງທີ່ຫ້າມເຮັດ ແລະ ຄຳຖາມ ເພີ່ມເຕີມໃຫ້ກົດໃສ່ ຕິດຕໍ່ຂໍ້ມູນ
ເບີໂທຕິດຕໍ່ຫ້ອງການ: 051 21233
ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ
ກິດຈະກຳ
1 ວັນ - ໄມ້ຮ້ີງຊາໍ & ຕາດຍ້ີມ
ຍ່າງຂຶ້ນພູໄປທີ່ຕາດຍີ້ມ ແລະ ປ່າໄມ້ຮີ້ງຊໍາ ແລ້ວກິນເຂົ້າປ່າຢູ່ແຄມຊາຍຝັ່ງຕາມສາຍນໍ້າໂຊດທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
2-3 ວັນ - ຕັ້ງແຄ້ມ ແລະ ຍ່າງປ່າທ່ີນໍ້າໂຊດ
ທ່ຽວຊົມສັດປ່າໃນຕອນກາງຄືນໂດຍການລ່ອງເຮືອ ແລະ ຕັ້ງແຄ້ມຢູ່ທີ່ ແກ້ງຫຼວງ. ເບິ່ງນົກ ແລະ ຟັງສຽງຮ່ອງຂອງທະນີໃນຍາມເຊົ້າໆແລ້ວທ່ຽວຊົມຕາດຍີ້ມ ແລະ ໄມ້ຮີ້ງຊໍາ. ທົວດັ່ງກ່າວແມ່ນຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ຫຼື ຕົວເມືອງນາກາຍ.ທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
3 ວັນ – ຍ່າງປ່າ, ຕັ້ງແຄ້ມ ແລະ ພັກຜ່ອນແບບໂຮມ
ຍ່າງປ່າເຂົ້າໄປສູ້ເຂດນໍ້າແຈ, ເຊິ່ງເປັນທີ່ຮູ້ຈັກວ່າເປັນບ່ອນຢູ່ອາໄສຂອງບັນດາລີງສາຍພັນຕ່າງໆເຊິ່ງມີທັງ ຄ່າງຫ້າສີ (Red-Shanked Douc) ແລະ ທະນີແກ້ມຂາວ (White-cheeked Gibbon). ພັກຜ່ອນໃນຄໍ່າຄືນທໍາອິດດ້ວຍການພັກໂຮມສະເຕແບບຊົນເຜົ່າໃນໝູ່ບ້ານທີ່ຫ່າງໄກສອກຫຼີກ (ສາມາດເລືອກທີ່ຈະຂີ່ລົດຖີບຂຶ້ນພູເພື່ອເດີນທາງໄປຫາໝູ່ບ້ານໄດ້). ຕັ້ງແຄ້ມໃນຄືນທີ່ສອງຢູ່ທີ່ໃຈກາງຂອງທໍາມະຊາດຜືນປ່ານາກາຍ ນໍ້າເທີນ.
ທຣິບເດີນທາງສໍາຫຼວດ ແລະ ທຣິບທ່ອງທ່ຽວ ແບບເລືອກເອງ
ທຣິບເດີນທາງສໍາຫຼວດໄປຍັງເຂດອື່ນຂອງ ນາກາຍ-ນໍ້າເທີນ ແມ່ນສາມາດຈັດຂຶ້ນໃຫ້ໄດ້ໂດຍການຂໍອະນຸຍາດແບບພິເສດ. ເຂດເຫຼົ່ານີ້ແມ່ນຈະລວມມີ ທົ່ງກະແຈງ, ເຊິ່ງເປັນທີ່ຮູ້ຈັກສໍາລັບການເບິ່ງກວາງທີ່ຫາຍາກ ແລະ ບັນດາລີງຫຼາກຫຼາຍສາຍພັນ (6-8 ວັນ ໃນການເດີນປ່າ), ເບິ່ງຊ້າງກິນເກືອທີ່ປຸ່ງທຽມ (1-3 ວັນ ເດີນທາງດ້ວຍເຮືອ)ແລະ ສາຍນໍ້າອອນ ສໍາລັບການເບິ່ງນົກ ແລະ ຕາດຄູນ (1-2 ວັນ).
1/2-ມື້ ການຕຶກປາ & ກິນເຂົ້າປ່າ ຢູ່ລານໄຮ-ອ່າງນໍ້າເທີນ
ການເດີນທາງໄປຕຶກປາໃນຍາມເຊົ້າ ຫຼື ຕອນກາງເວັນ ຕາມອ່າງນ້ຳເທີນ. ມີກິນເຂົ້າທ່ຽງຢູ່ປ່າ ຢູ່ໂງ່ນຫີນປາກ ລານໄຮ. ຖ້າທ່ານໂຊກດີສາມາດເຫັນຊ້າງ & ລີງກັງລຽບຕາມແຄມສາຍນ້ຳ ແລະ ອ່າງນ້້າເທີນ.
2/3-ມື້ ຍ່າງປ່າເບິ່່ງຂາແດງ & ແຄ້ມນ້ຳແຈ
ຍ່າງປ່າໄປຫານ້ຳແຈ, ຮູ້ວ່າມີ ຂາແດງ & ທະນີແກ້ມຂາວ ຖິ່ນໃຕ້. ນອນແຄ້ມແຮມຄືນຢູ່ໃນເຕັ່ນ ຫຼື ອູູ່ນອນ ແລະ ເຮືອນພັກແຮມຂອງປະຊາຊົນ ຢູ່ໃນບ້ານຊົນເຜົ່າແຫ່ງໜຶ່ງ.