ປັດຈຸບັນມີສາມພື້ນທີ່ເປີດໃຫ້ບໍລິການນັກທ່ອງທ່ຽວ ຢູ່ອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ: (1) ອ່າງນໍ້າເທີນ & ລານໄຮ ສຳລັບການຕຶກເບັດ ແລະ ການກິນເຂົ້າປ່າ. (2) ເຂດນໍ້າໂຊດ-ນາຫາວ ສຳລັບຕັ້ງແຄ້ມງ່າຍໆກາງຫາດຊາຍ ແລະ ການລ່ອງເຮືອ, ລວມທັງເບິ່ງສັດປ່າໃນຍາມກາງຄືນ ແລະ ຍ່າງປ່າໄປເບິ່ງໄມ້ຮິ້ງຊຳ ແລະ ນ້ຳຕົກຕາດ ຕາດຍິ້ມ (3) ເຂດນ້ຳແຈ-ນາວາງ ສຳລັບຍ່າງຂື້ນພູເຂົາ ແລະ ສ່ອງເບິ່ງສັດຕະກຸນລິງ. ລາຍການທົວຕ່າງໆສາມາດຈອງຜ່ານ ເຮືອນພັກທ້ອງຖິ່ນຢູ່ໃນເມືອງ ນາກາຍ. ສຳລັບລາຍລະອຽດຂອງແຕ່ລະລາຍການທົວ ລວມທັງການຈອງ, ກົດໃສ່ລິ້ງຂ້າງລຸ່ມ. ການຕຽມຄວາມພ້ອມ ແລະ ທິບພິເສດສາມາດຈັດຫາໃຫ້ຢູ່ພື້ນທີ່ອື່ນ (ເຊັ່ນ: ທົ່ງກະແຈງ 6+ ມື້) ດ້ວຍການອະນຸຍາດພິເສດ.
1 ວັນ - ໄມ້ຮ້ີງຊາໍ & ຕາດຍ້ີມ

ຍ່າງຂຶ້ນພູໄປທີ່ຕາດຍີ້ມ ແລະ ປ່າໄມ້ຮີ້ງຊໍາ ແລ້ວກິນເຂົ້າປ່າຢູ່ແຄມຊາຍຝັ່ງຕາມສາຍນໍ້າໂຊດທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
2-3 ວັນ - ຕັ້ງແຄ້ມ ແລະ ຍ່າງປ່າທ່ີນໍ້າໂຊດ

ທ่ຽວຊົມສັດປ่າໃນຕອນກາງຄືນໂດຍການລ่ອງເຮືອ ແລະ ຕັ້ງແຄ้ມຢ่ູທີ່ ແກ้ງຫຼວງ. ເບິ່ງນົກ ແລະ ຟັງສຽງຮ้ອງຂອງທະນີໃນຍາມເຊົ້າໆແລ້ວທ່ຽວຊົມຕາດຍີ້ມ ແລະ ໄມ้ຮີ້ງຊໍາ. ທົວດັ່ງກ່າວແມ່ນຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ຫຼື ຕົວເມືອງນາກາຍ.ທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
3 ວັນ – ຍ່າງປ່າ, ຕັ້ງແຄ້ມ ແລະ ພັກຜ່ອນແບບໂຮມ

ຍ່າງປ່າເຂົ້າໄປສູ້ເຂດນ້ໍາແຈ, ເຊິ່ງເປັນທີ່ຮູ້ຈັກວ່າເປັນບ່ອນຢູ່ອາໄສຂອງບັນດາລີງສາຍພັນຕ່າງໆເຊິ່ງມີທັງ ຄ້າງຫ້າສີ (Red-Shanked Douc) ແລະ ທະນີແກ້ມຂາວ (White-cheeked Gibbon). ພັກຜ່ອນໃນຄໍ່າຄືນທໍາອິດດ້ວຍການພັກໂຮມສະເຕແບບຊົນເຜົ່າໃນໝູ່ບ້ານທີ່ຫ່າງໄກສອກຫຼີກ (ສາມາດເລືອກທີ່ຈະຂີ່ລົດຖີບຂຶ້ນພູເພື່ອເດີນທາງໄປຫາໝູ່ບ້ານໄດ້). ຕັ້ງແຄ້ມໃນຄືນທີ່ສອງຢູ່ທີ່ໃຈກາງຂອງທໍາມະຊາດຜືນປ່ານາກາຍ ນໍ້າເທີນ.
ທຣິບເດີນທາງສໍາຫຼວດ ແລະ ທຣິບທ່ອງທ່ຽວ ແບບເລືອກເອງ

ທຣິບເດີນທາງສໍາຫຼວດໄປຍັງເຂດອື່ນຂອງ ນາກາຍ-ນໍ້າເທີນ ແມ່ນສາມາດຈັດຂຶ້ນໃຫ້ໄດ້ໂດຍການຂໍອະນຸຍາດແບບພິເສດ. ເຂດເຫຼົ່ານີ້ແມ່ນຈະລວມມີ ທົ່ງກະແຈງ, ເຊິ່ງເປັນທີ່ຮູ້ຈັກສໍາລັບການເບິ່ງກວາງທີ່ຫາຍາກ ແລະ ບັນດາລີງຫຼາກຫຼາຍສາຍພັນ (6-8 ວັນ ໃນການເດີນປ່າ), ເບິ່ງຊ້າງກິນເກືອທີ່ປຸ່ງທຽມ (1-3 ວັນ ເດີນທາງດ້ວຍເຮືອ)ແລະ ສາຍນໍ້າອອນ ສໍາລັບການເບິ່ງນົກ ແລະ ຕາດຄູນ (1-2 ວັນ).
1/2-ມື້ ການຕຶກປາ & ກິນເຂົ້າປ່າ ຢູ່ລານໄຮ-ອ່າງນໍ້າເທີນ

ການເດີນທາງໄປຕຶກປາໃນຍາມເຊົ້າ ຫຼື ຕອນກາງເວັນ ຕາມອ່າງນ້ຳເທີນ. ມີກິນເຂົ້າທ່ຽງຢູ່ປ່າ ຢູ່ໂງ່ນຫີນປາກແມ່ນ້ຳ ລາດໄຮ. ຖ້າທ່ານໂຊກດີສາມາດເຫັນຊ້າງ & ລີງກັງລຽບຕາມແຄມອ່າງນ້້າເທີນ.
2/3-ມື້ ຍ່າງປ່າເບິ່່ງຂາແດງ & ແຄ້ມນ້ຳແຈ

ຍ່າງປ່າໄປຫານ້ຳແຈ, ຮູ້ວ່າມີ ຂາແດງ & ທະນີແກ້ມຂາວ ຖິ່ນໃຕ້. ນອນແຄ້ມແຮມຄືນຢູ່ໃນເຕັ່ນ ຫຼື ອູູ່ນອນ ແລະ ເຮືອນພັກແຮມຂອງປະຊາຊົນ ຢູ່ໃນບ້ານຊົນເຜົ່າແຫ່ງໜຶ່ງ.