ສິ່່ງທີ່ຄວນຮູ້ (ຄຳຖາມທີ່ມັກຖືກຖາມເລື້ອຍໆ)
ຄຳຖາມທີ່ມັກຖືກຖາມເລື້ຶອຍໆ ກ່ຽວກັບການຢ້ຽມຢາມ ອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ
ມີລະບຽບສຳລຳນັກທ່ອງທ່ຽວໃນອຸທິຍານບໍ່?
ຊ່ວຍປະຕິບັດຕາມບຽບດັ່ງນີ້:
- ຈະຕ້ອງໄດ້ຈ້າງໄກ້ນຳທ່ຽວບ້ານ ແລະ ເຮືອຊາວບ້ານໃນທຸກກິດຈຳກຳທ່ອງທ່ຽວ, ຊຶ່ງເປັນລາຄ່າເພີ່ມຈາກຊື້ປີ້ເຂົ້າອຸທິຍານ ແລະ ການຈອງຜ່ານຕົວແທນທ່ອງທ່ຽວໃດໜຶ່ງທີ່ໄດ້ອະນຸໃຫ້.
- ຫ້າມບໍ່ໃຫ້ມີການທຳລາຍປ່າໄມ້ຢູ່ໃນອຸທິຍານ (ໃຫ້ໃຊ້ແຕ່ໄມ້ຕາຍໃນການດັງໄຟໃນແຄ້ມ ແລະ ໃຫ້ຫຼີກລ້ຽງການຕັດເອົາງ່າໄມ້ ເພື່ອເຮັດຕູບ ຫຼື ບ່ອນມັດອູ່ນອນ)
- ຫ້າມບໍ່ໃຫ້ມີການຊື້ ຫຼື ການເຄື່ອນຍ້າຍສັດປ່າ ຫຼື ຜະລິດຕະພັນກ່ຽວກັບສັດປ່າຈາກອຸທິຍານ.
- ຫ້າມບໍ່ໃຫ້ຖິ້ມຂີ້ເຫຍື້ອ ຢູ່ທຸກໆພື້ນທີ່ໃນອຸທິຍານ ນອກຈາກມີການກຳນົດບ່ອນຖິ້ມຂີ້ເຫຍື້ອ.
- ໃຫ້ຫໍ່ເອົາຂີເຫຍື້ອທັງໝົດອອກໄປ.
- ຫ້າມບໍ່ໃຫ້ມີການເຜົາຂີ້ເຫຍື້ອທີ່ບໍ່ສາມາດເຜົາໄໝ້ໄດ້ ຢູ່ໃນອຸທິຍານ.
- ຫ້າມບໍ່ໃຫ້ໃຊ້ສຽງດັງ ຫຼື ໃຊ້ລຳໂພງ ຢູ່ໃນອຸທິຍານ.
- ການດັງໄຟຕັ້ງແຄ້ມ ແມ່ນອະນຸຍາດໃຫ້ເຮັດຢູ່ບ່ອນທີ່ກຳນົດໃຫ້ເທົ່ານັ້ນ.
- ຫ້າມບໍ່ໃຫ້ມີການເກັບເອົາ ຫຼື ຊື້ເອົາ ພືດຕ່າງໆ ຫຼື ຜະລິດຕະພັນກ່ຽວກັບປ່າໄມ້ອື່ນໆ ຈາກອຸທິຍານ.
- ຫ້າມບໍ່ໃຫ້ນຳໃຊ້ສັນຍານເຕືອນໄພ ແລະ ສິ່ງເສບຕິດທີ່ຜິດກົດໝາຍ ຢູ່ໃນແຫຼ່ງທ່ອງທ່ຽວທີ່ຕ່າງໆ ຂອງ ອຸທິຍານ.
- ຫ້າມເຂົ້າໃກ້, ລົບກວນ ຫລື ໃຊ້ສຽງດັງເພື່ອດຶງດູດສັດປ່າ.
- ຫ້າມຫຼີ້ນການພະນັນ, ການເສບຢາເສບຕິດ ຫຼື ເຮັດກິດຈະ ກຳທີ່ຜິດກົດໝາຍອື່ນໆ ຢູ່ໃນອຸທິຍານ.
- ຫ້າມບໍ່ໃຫ້ນັກທ່ອງທ່ຽວເຂົ້າໄປທ່ຽວໃນເຂດອຸທິຍານ ໂດຍທີ່ບໍ່ທັນໄດ້ເປີດໃຫ້ບໍລິການນັກທ່ອງທ່ຽວເທື່ອ
ມີຄວາມປອດໄພແນວໃດແດ່ທີ່ຂ້ອຍຕ້ອງຮັບຮູ້?
ນັກທ່ອງທ່ຽວຄວນໃສ່ເສື້ອຊູຊີບຕະຫຼອດເວລາໃນຂະນະທີ່ຂີ່ເຮືອ. ໃຫ້ຖາມເອົາເສື້ອຊູຊີບ ນຳພະນັກງານຂັບເຮືອ ຫຼື ໄກ້ນຳທ່ຽວຂອງທ່ານ ກ່ອນອອກເດີນທາງ. ຢ່າຢືນຂື້ນໃນຂະນະທີ່ເຮືອກຳລັງເຄື່ອນທີ່ ຫລື ພະຍາຍາມເຄື່ອນໄຫວເມື່ອເຮືອບໍ່ທັນຈອດຢູ່ແຄມຝັ່ງ.
ໃຫ້ບອກໄກ້ນຳທ່ຽວຂອງທ່ານເອົາກ່ອງຢາສຸກເສີນໄປນຳ.
ບໍ່ໃຫ້ຂັບເຮືອຕາມແລວນ້ຳ, ເພາະວ່າແລວນ້ຳສ່ວນຫຼາຍແມ່ນຂັບແຄບ ແລະ ອັນຕະລາຍໃນການຂັບເຮືອ.
ໃຊ້ຢາໄລ່ຍຸງ ແລະ ປົກຄຸມຮ່າງກາຍຂອງທ່ານໃນຕອນກາງຄືນເພື່ອບໍ່ໃຫ້ຍຸງກັດ.
ໃຫ້ຍ່າງຢູ່ໃນເສັ້ນທາງທີ່ໄດ້ກຳນົດໄວ້ ແລະ ໄປນຳໄກ້ນຳທ່ຽວຂອງທ່ານເພື່ອບໍ່ໃຫ້ຫຼົງທາງ ແລະ ໃຫ້ຢູ່ຫ່າງຈາກລະເບີດບໍ່ທັນແຕກ.
ໃຫ້ລະມັດລະວັງເມື່ອທ່ານຍ່າງລົງຂັ້ນໄດເຮືອນພັກປະຊາຊົນ.
ໃຫ້ຈຳກັດການດື່ມເພືອຫຼີກລ້ຽງອຸປະຕິເຫດ, ໂດຍສະເພາະຕອນກາງຄືນ.
ຕ້ອງໄດ້ມີການຈອງທົວເຂົ້າອຸທິຍານບໍ່?
ແມ່ນແລ້ວ, ນັກທ່ອງທ່ຽວທຸກຄົນຈະຕ້ອງໄດ້ຈອງທົວເຂົ້າອຸທິຍານ, ຊຶ່ງສາມາດຈອງທົວໄດ້ ນຳຕົວແທນທ່ອງທ່ຽວທ້ອງຖິ່ນທີ່ອະນຸຍາດໃຫ້ເທົ່ານັ້ນ-ເບິ່ງລາຍລະອຽດຢູ່ໜ້າຂໍ້ມູນສຳລັບຕິດຕໍ່ ສຳລັບລາຍຊື່ຕົວແທນທ່ອງທ່ຽວທັງໝົດ.
ຈຳເປັນຕ້ອງໄດ້ຈ້າງໄກ້ນຳທ່ຽວທ້ອງຖິ່ນບໍ່?
ນັກທ່ອງທ່ຽວຈະຕ້ອງມີໄກ້ນຳທ່ຽວບ້ານໄປນຳຢ່າງໜ້ອຍ 1 ຄົນ ຈາກບ້ານ ນາຫາວ ແລະ ບ້ານ ນາວາງ, ນອກຈາກໄກ້ນຳທ່ຽວຈາກເຮືອນພັກໃນທ່າລັ່ງ ຫຼື ເມືອງ ນາກາ ນຳພາທ່ານໄປ. ທ່ານຈຳເປັນຕ້ອງໄດ້ຈ້າງໄກ້ນຳທ່ຽວບ້ານ ຈາກບ້ານ ນາຫາວ ແລະ ບ້ານ ນາວາງ ເພື່ອແບກຫາບອຸປະກອນຂອງທ່ານ ອິງຕາມຈຳນວນມື້ ແລະ ຈຳນວນຄົນໃນການຍ່າງປ່າ.
ສາມາດຈ້າງເຮືອເຂົ້າອຸທິຍານໄດ້ຢູ່ໃສ?
ໃນການຂື້ນເຮືອ ຈາກທ່າລັ່ງ ຫຼື ຕົວເມືອງນາກາຍ (ບ້ານ ອຸດົມສຸກ) ທ່ານຈຳເປັນຕ້ອງໄດ້ຈອງເຮືອຜ່ານຕົວແທນທ່ອງທ່ຽວທີ່ອຸນຸຍາດໃຫ້ເທົ່ານັ້ນ (ເບິ່ງລາຍລະອຽດຢູ່ໜ້າຂໍ້ມູນສຳລັບຕິດຕໍ່ ສຳລັບລາຍຊື່ຕົວແທນທ່ອງທ່ຽວທັງໝົດ) ເມື່ອທ່ານເດີນທາງຮອດບ້ານ ນາຫາວ, ໄກ້ນຳທ່ຽວຂອງທ່ານຈະກະກຽມເຮືອຂອງຊາວບ້ານ ເພື່ອຂີ່ເຮືອຂື້ນໄປຕໍ່ເພື່ອເຂົ້າໄປໃນອຸທິຍານ (ໄປຫາຕາດຍິ້ມ, ແກ້ງຫຼວງ ແລະ ຫ້ວຍໝາກງາ), ເຮືອມາແຕ່ເມືອງ ນາກາຍ (ທ່າລັງ/ເມືອງ ນາກາຍ) ອະນຸຍາດໃຫ້ໄປໄກສຸດແມ່ນຮອດແຕ່ບ້ານ ນາຫາວ ເທົ່ານັ້ນ.
ລາຄາເຂົ້າອຸທິຍານແມນເທົ່າໃດ?
ນັກທ່ອງທ່ຽວທຸກທ່ານຈະຕ້ອງໄດ້ຊື້ປີ້ເຂົ້າອຸທິຍານ, ຊຶ່ງລາຄານັກທ່ອງທ່ຽວຕ່າງປະເທດແມ່ນ 50,000 ກີບ ແລະ ນັກທ່ອງທ່ຽວຄົນລາວແມ່ນ 20,000 ກີບ. ປີ້ເຂົ້າອຸທິຍານແມ່ນຂາຍຢູ່ສູນຕ້ອນຮັບນັກທ່ອງທ່ຽວນາຫາວ, ທ່ານຈະຕ້ອງໄດ້ລົງທະບຽນຢູ່ຈຸດກວດການ້ຳໂຊດ ກ່ອນຈະຮອດສູນຕ້ອນຮັບນັກທ່ອງທ່ຽວນາຫາວ, ປີ້ຈະຕ້ອງວາງຂາຍຢູ່ນາຫາວເທົ່ານັ້ນ, ຄ່າເຂົ້າອຸທິຍານ ຕາມທຳມະດາແລ້ວແມ່ນລວມຢູ່ໃນຄ່າທົວທີ່ທ່ານຈ່າຍໃຫ້ເຮືອນພັກແລ້ວ. ນັກທ່ອງທ່ຽວຈຳເປັນຕ້ອງໄດ້ຈ້າງໄກ້ນຳທ່ຽວບ້ານ ແລະ ເຮືອຊາວບ້ານ, ທີ່ກຽມໄວ້ໃຫ້ໂດຍຕົວແທນທ່ອງທ່ຽວທີ່ອະນຸຍາດໃຫ້ຈອງ (ເບິ່ງລາຍລະອຽດຢູ່ໜ້າຂໍ້ມູນສໍາລັບຕິດຕໍ່ ສໍາລັບລາຍຊື່ຕົວແທນທ່ອງທ່ຽວທັງໝົດ)
ຄວນຈະເອົາຫຍັງໄປແດ່?
ນັກທ່ອງທ່ຽວຈະຕ້ອງໄດ້ກຽວພ້ອນໃນການຮ້ອນ, ໜາວ ແລະ ປຽກ, ດັ່ງທີ່ນາກາຍນ້ຳເທີນແມ່ນຮ້ອນໃນຕອນກາງເວັນ, ໜາວໃນຕອນກາງຄືນ ແລະ ຕ້ອງໃຫ້ເຮືອພາທ່ຽວ ແລະ ບາງຄັັ້ງຕ້ອງຂ້າມນ້ຳຫຼາຍຈຸດ. ນັ້ນໝາຍຄວາມວ່າທ່ານຈະຕ້ອງໄດ້ເອົາໝວກມານຳ ເພື່ອກັນແສງຕາເວັນ, ເສື້້ອກັນໜາວໄວ້ປ່ຽນຕອນກາງຄືນ, ເສື້ອກັນຝົນ ແລະ ຖົງກັນນຳໄດ້ ເພື່ອປົກປ້ອງທ່ານ ແລະ ອຸປະກອນຂອງທ່ານໃນຂະນະທີ່ຂີ່ເຮືອ. ທ່ານຄວນແພັກເອົາເຄື່ອງເບົາໄປ ເນື່ອງຈາກວ່າທ່ານຈະໄດ້ທ່ອງທ່ຽວອຸທິຍານດ້ວຍເຮືອລຳນ້ອຍ ແລະ ການຍ່າງປ່າຜ່ານພູມສັນຖານທີ່ຍາກລຳບາກ. ທ່ານຄວນນຳເອົາເຄື່ອງໃຊ້ຫ້ອງນ້ຳ, ຊຸດລອຍນ້ຳ, ເກີີບແຕະ ແລະ ຜ້າເຊັດໂຕ ສຳລັບຊັກເຄື່ອງ ແລະ ອາບນ້ຳ. ທ່ານຕ້ອງບໍ່ລືມເອົາເງິນມານຳ ສຳລັບໄກ້ນຳທ່ຽວບ້ານ ແລະ ຊື້ເຄື່ອງຫັດຖະກຳເພື່ອເປັນທີ່ລະນຶກ
ສາມາດເຊົ່າອຸປະກອນຕັ້ງແຄ້ມໄດ້ຢູ່ໃສ?
ຖາມໄກ້ນຳທ່ຽວຂອງທ່ານວ່າ ລາວຊິກຽມອຸປະກອນຕັ້ງແຄ້ມຂອງທ່ານໃຫ້ບໍ່, ຖ້າບໍ່ທ່ານສາມາດນອນເຕັ່ນ ແລະ ຖົງນອນ ຢູ່ສູນຕ້ອນຮັບແຂກນາຫາວ (30,000 ກີບ ຕໍ່ຊຸດ)
ສາມາດໃຊ້ອຸປະກອນຕັ້ງແຄ້ມຂອງຕົນເອງບໍ່?
ແມ່ນແລ້ວ, ທ່ານສາມາດໃຊ້ອຸປະກອນຕັ້ງແຄ້ມຂອງຕົນເອງ, ເຖິງຢ່າງໃດກໍຕາມ ທ່ານຈະຕ້ອງຈ່າຍເງິນຄ່າກາງເຕັ່ນນອນແຄ້ມ 10,000 ກີບ ຢູ່ສູນຕ້ອນຮັບແຂກນາຫາວ (ເພີ່ມເຕີມແມ່ນຄ່າທຳນຽມອື່່ນໆເຊັນ: ຄ່າປີ້ເຂົ້າອຸທິຍານ, ຄ່າໄກ້ນຳທ່ຽວບ້ານ, ຄ່າເຮືອຊາວບ້ານ ແລະ ຄ່າຈອງ).
ມີເຮືອນພັກແຮມໄວ້ບໍລິການ ນອກຈາກ ການນອນແຄ້ມບໍ່?
ແມ່ນແລ້ວ, ທ່ານສາມາດພັກຢູ່ເຮືອນແຮມຂອງປະຊາຊົນ ໃນບ້ານ ນາຫາວ ຫຼື ບ້ານ ນາວາງ ນອກຈາກການນອນແຄ້ມ, ຄ່າເຮືອນພັກແຮມຂອງປະຊາຊົນແມ່ນ 60,000 ຕໍ່ຄົນ ຕໍ່ຄືນ ລວມອາຫານຄໍ່າຫຼື ອາຫານເຊົ້າເເບບງ່າຍໆເປັນຜັກ (ຈ່າຍເພີ່ມຖ້າກິນໄກ່, ຊີ້ນ ຫຼື ປາ).