Nakai Nam Theun National Park

ການກວດກາລາດຕະເວນ

       ການກວດ​ກາ​ລາດ​ຕະ​ເວນ ເພື່ອ​ສະ​ກັດ​ກັ້ນ​ການ​ກະ​ທຳ​ຜິດກົດ​ໝາຍຂອງ​ທິມ​ງານໃນເບື້ອງຕົ້ນນີ້ ແມ່ນຈະໄດ້ສຸມໃສ່ສະເພາະສາມເຂດບູລິມະສິດເປັນຫຼັກໆ ໂດຍມີຈຸດປະສົງ​ສະ​ກັດ​ກັ້ນ ການລ່າສັດ, ໂດຍສະເພາະ ການໃສ່ແຮ້ວ ຕ້ອງໃຫ້ຫຼຸດລົງໄປໃນລະດັບທີ່ເຫຼືອໜ້ອຍທີ່ສຸດ ຫຼື ບໍ່ມີເລີຍພາຍໃນພື້ນທີ່ດັ່ງກ່າວ. ​ເມື່ອຈຸດປະສົງດັ່ງກ່າວຫາກບັນລຸຜົນ, ງົບປະມານ ແລະ ບຸກຄະລາກອນຫາກມີຈຳນວນເພີ່ມຂຶ້ນຕາມຄວາມຕ້ອງການ, ພື້ນທີ່ໃນການກວດກາລາດຕະເວນກໍ່ອາດຈະຖືກຂະຫຍາຍເພີ່ມຕື່ມອີກ. ອີງຕາມການແບ່ງເຂດອຸທິຍານ ຄວນແບ່ງຕາມດໍາລັດ 134 /ລບ, ລົງວັນທີ 13 ພຶດສາພາ 2015. ໃນ ມາດຕາທີ 08: ວ່າດ້ວຍການຈັດແບ່ງເຂດໃນປ່າສະຫງວນ. 1.) ເຂດຫວງຫ້າມເດັດຂາດ, 2.) ເຂດຄຸ້ມຄອງນຳໃຊ້, 3.) ເຂດເຊື່ອມຕໍ່, 4.) ເຂດກັນຊົນ ແລະ ນອກຈາກນັ້ນ ກອຊ.ນທ ຍັງອີງຕາມທ່າແຮງດ້ານຊັບພະຍາກອນ ທັງງົບປະມານ ແລະ ຈຳນວນພະນັກງານລາດຕະເວນທີ່ມີຢູ່ໃນກອງຄຸ້ມຄອງ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ການກວດກາລາດຕະເວນ ກໍ່ຄື ການຈັດຕັ້ງປະຕິບັດລະບຽບການ ໃນເຂດອຸທິຍານ, ໂດຍອີງຄວາມສຳຄັນຂອງຊີວະນາໆພັນ ຈິ່ງຈຳເປັນຈະຕ້ອງໄດ້ຈັດບຸລິມາສິດພື້ນທີ່ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ອອກເປັນເຂດບຸລິມາສິດສຳຄັນດັ່ງນີ້: ເຂດ​ບຸ​ລິ​ມະ​ສິດ​ຊີ​ວະ​ນາໆ​ພັນ1 (PBA1) ເຂດ​ທົ່ງ​ກະ​ແຈງ/ເຂດ​ນໍ້າ​ມອນ​ຕອນ​ເທິງ, ເຂດບຸລິມະສິດຊີວະນາໆພັນ2 (PBA2) ເຂດ​ນໍ້າ​ແຈ/ຫ້ວຍ​ຕອງ/ຫ້ວຍ​ສະ​ນາບ ແລະ ເຂດບຸລິມະສິດຊີວະນາໆພັນ3 (PBA3) ເຂດ​ທົ່ງ​ກ້​ວາງ/ທົ່ງ​ແສດ. ທັງໝົດນີ້ແມ່ນນອນຢູ່ໃນເຂດຫວງຫ້າມເດັດຂາດ

ເຂດຫວງຫ້າມເດັດຂາດ (TPZ)

  • ໃນເຂດນີ້ຈະລວມເອົາພື້ນທີ່ທີ່ຢູ່ໃນ ແລະ ນອກເຂດບູລິມະສິດ​ຊີ​ວະ​ນາໆ​ພັນ. ຫ້າມ​ເດັດ​ຂາດ​ບໍ່ໃຫ້ມີການ ລ່າສັດ ຫຼື ດຳເນີນກິດຈະກໍາ ​ດ້ານ​ກະສິກໍາໃນພື້ນທີ່ນີ້. ການເກັບກູ້​ເຄື່ອງປ່າຂອງດົງແມ່ນເຮັດໄດ້ຢ່າງຈຳກັດ ​ໂດຍ​ອີງຕາມລະບຽບສະເພາະຂອງ​ປ່າ​ສະ​ຫງວນແຫ່ງຊາດ​ (ຕົວຢ່າງ: ການເກັບນໍ້າເຜິ້ງປະຊາຊົນບ້ານໃດໜຶ່ງ ຕາມເວລາທີ່ກຳນົດໃນແຕ່ລະປີ).ໃນເຂດພື້ນທີ່ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີເນື້້ອທີ່ທັງໝົດ 2,790 ຕາກິໂລແມັດ. ຈະກວມເອົາ 5,163 ຕາກະໂລລາດຕະເວນ ແລະ ໃນນັ້ນຈະລວມເອົາ 03 ເຂດ​ບຸ​ລິ​ມະ​ສິດຊີ​ວະ​ນາໆ​ພັນ ເຂດ​ອະ​ນຸ​ລັກ​ພິ​ເສດ (SCA): (ແຜນທີ່ 01) ເຂດນີ້​ມີ​ລະ​ບຽບ​ການ​ຄຸ້ມ​ຄອງ​ຄື​ກັນ​ກັບເຂດ​ຄຸ້ມ​ຄອງ​ນຳ​ໃຊ້ ແຕ່​ຫ້າມ​ເດັດ​ຂາດບໍ່​ໃຫ້​ມີ​ການ​ລ່າ​ສັດປ່າ​ທຸກ​ຊະນິດ. ການກໍານົດເອົາສາມເຂດ​ບຸ​ລິ​ມະ​ສິດຊີວະນາໆພັນໃນ ເຂດອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແມ່ນອີງໃສ່ຜົນການວິເຄາະ ຄວາມອຸດົມສົມບູນທາງດ້ານຊີວະນາໆພັນ ແລະ ໄພຂົ່ມຂູ່ ທີ່ໄດ້ດໍາເນີນໃນລະຫວ່າງກອງປະຊຸມແຜນຍຸດທະສາດການບັງຄັບໃຊ້ກົດຫມາຍທີ່ຈັດຂຶ້ນ ໃນປີ 2016. ເຂດດັ່ງກ່າວນີ້ ກວມເອົາເນື້ອທີ່ລວມກັນປະມານ 700 ກມ2 ອີງໃສ່ຂໍ້ມູນໃນໄລຍະຜ່ານມາ ແລະ ຄຳເຫັນຊ່ຽວຊານ, ເຂດດັ່ງກ່າວໄດ້ຖືກ​ກຳ​ນົດໃຫ້​ເປັນ​ເຂດ​ບຸ​ລິ​ມະ​ສິດ​ສຳ​ຄັນ​ອັນ​ດັບ​ສູງ ໃນການປົກປັກ​ຮັກ​ສາພາຍໃນ​ເຂດ​ປ່າ​ສະ​ຫງວນ ເນື່ອງຈາກວ່າ ຍັງມີ​ຊີ​ວະ​ນາໆ​ພັນອຸດົມສົມບູນ ​ທີ່​ມີ​ຄຸນ​ຄ່າ​ສູງ​ລວມ​ຢູ່​ໃນ​ນັ້ນ​ດ້ວຍ.
  • ເຂດ​ບຸ​ລິ​ມະ​ສິດ​ຊີ​ວະ​ນາໆ​ພັນ1 (PBA1) ເຂດ​ທົ່ງ​ກະ​ແຈງ/ເຂດ​ນໍ້າ​ມອນ​ຕອນ​ເທິງ:

ເປັນ​ເຂດ​ບຸ​ລິ​ມະ​ສິດ​ ອັນ​ດັບສູງ​ສູດ ເນື່ອງຈາກມີຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍ​ທາງ​ດ້ານ​ຊີ​ວະ​ນາໆ​ພັນ​ສູງສຸດ. ເປັນ​ເຂດ​ທີ່​ມີ​ຄວາມ​ສູງ​ຈາກ​ລະ​ດັບ​ນໍ້າ​ທະ​ເລ ມີປ່າດົງດິບຊຸ່ມຊື່ນ ເຊິ່ງມີແນວໂນ້ມວ່າອາດຈະຍັງມີ ​ເສົາ​ຫຼາ ຫຼົງເຫຼືອຢູ່ ແລະ ເປັນຖິ່ນທີ່ຢູ່ອາໄສຂອງປະຊາກອນ ນົກ​ວູ່​ວາວ ແລະ ເຫັງ​ນ​ຫາງ​ກ່ານ. ພ້ອມນັ້ນກໍ່ຍັງເຊື່ອວ່າເປັນພື້ນທີ່ ທີ່ລະດັບການໃສ່ແຮ້ວ ຫຼື ການລ່າປະເພດອື່ນໆແມ່ນຍັງຕໍ່າ ຍ້ອນເປັນ​ເຂດຢູ່ຫ່າງໄກ ສອກຫຼີກ ແລະ ບໍ່ສາມາດເຂົ້າເຖິງໄດ້ງ່າຍ.

  • ເຂດບຸລິມະສິດຊີວະນາໆພັນ2 (PBA2) ເຂດ​ນໍ້າ​ແຈ/ຫ້ວຍ​ຕອງ/ຫ້ວຍ​ສະ​ນາບ:

ເຂດນີ້ເປັນເຂດພື້ນທີ່ຕຳ່ທີ່ມີລັກສະນະເປັນປ່າປະສົມ​ ແລະ ປ່າແປກ. ພື້ນທີ່ນີ້ເປັນ​ຖິ່ນ​ທີ່​ຢູ່​ອາ​ໄສສຳຄັນຂອງ​ຟານ​ເຂົາ​ໃຫຍ່ ແລະ ສັດ​ຕະກຸນລີງ​. ໃນ​ໄລ​ຍະ​ຜ່ານ​ມາ​ການ​ໃສ່​ແຮ້ວ​ແມ່ນ​ຢູ່​ໃນ​ລະ​ດັບ​ຕໍ່າ ແລະ ສ່ວນຫຼາຍ​ການ​ລ່າ​ສັດ​​ທີ່​ພົບ​ເຫັນໃນ​ເຂດນີ້​ແມ່ນ​ນຳ​ໃຊ້​ປືນ​.

  • ເຂດບຸລິມະສິດຊີວະນາໆພັນ3 (PBA3) ເຂດ​ທົ່ງ​ກ້​ວາງ/ທົ່ງ​ແສດ:

ເຂດນີ້​ມີຖິ່ນ​ທີ່​ຢູ່​ອາ​ໄສ​ ແລະ ຄຸນ​ຄ່າ​ຂອງຊີ​ວະ​ນາໆ​ພັນ​ຄ້າຍ​ຄື​ກັນ​ກັບ​ເຂດ​ບຸ​ລິ​ມະ​ສິດ​ອັນ​ດັບ2 ແຕ່ມີເສັ້ນທາງທີ່ສາມາດເຂົ້າເຖິງໄດ້ງ່າຍຈາກຫວຽດນາມສະ​ນັ້ນເຂດດັ່ງກ່າວນີ້ ຈິ່ງເຮັດໃຫ້ເກີດມີ​ລັກ​ລອບລ່າສັດ​ຫຼາຍ. ຈຳນວນປະຊາກອນຂອງຊະນິດພັນທີ່ສໍາຄັນໄດ້ຖືກທໍາລາຍຢ່າງໜັກໜ່ວງ ແລະ ການສະ​ກັດ​ກັ້ນ​ເພື່ອຫລຸດຜ່ອນການລ່າສັດຈະເປັນບັນ​ຫາທ້າທາຍ​ທີ່​ສຸດໃນການຄຸ້ມຄອງ

ເຂດຄຸ້ມຄອງນໍາໃຊ້ (CUZ)

  • ເຂດ​ຄຸ້ມ​ຄອງ​ນຳ​ໃຊ້ (CUZ): ​​ເຂດນີ້ ອະ​ນຸ​ຍາດ​ໃຫ້​ລ່າ​ສັດໄດ້ບາງຊະນິດ ແລະ ເກັບກູ້ເຄື່ອງ​ປ່າ​ຂອງ​ດົງ,​ ແຕ່ບໍ່ອະນຸຍາດໃຫ້ດໍາເນີນກິດຈະກໍາດ້ານກະສິກໍາໄລຍະຍາວ ຫຼື ຂະໜາດໃຫຍ່. ບໍ່ໃຫ້ມີການຖ່າງປ່າເຮັດໄຮ່, ລ່າສັດຫວງຫ້າມ ແລະ ຕັດໄມ້ໃນເຂດດັ່ງກ່າວເດັດຂາດ. ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີເຂດຄຸ້ມຄອງນຳໃຊ້ທັງໝົດ 1,434 ກມ2ກວມເອົາ 974 ຕາກະໂລໃນການກວດກາລາດຕະເວນ.

ເຂດເຊື່ອມຕໍ່

  • ເຂດເຊື່ອມຕໍ່. ແມ່ນເຂດທີ່ມີການທີມີການເຄື່ອນຢ້າຍຂອງສັດປ່າແຕ່ລະໆດູການ ເປັນບ່ອນເຊື່ອມຕໍ່ລະຫວ່າງປ່າສະຫງວນນີ້ກັບເຂດອື່ນ.

ເຂດກັນຊົນ

  • ເຂດ​ກັນ​ຊົນ: ເຂດນີ້ແມ່ນຢູ່ໃນໄລຍະ 100 ແມັດ ຂອງເຂດແດນທັງສອງພາກ ລະຫວ່າງ ເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງນຳໃຊ້ເຂດນີ້ບໍ່ໄດ້ມີການປັກປ້າຍ ແລະ ປະຊາຊົນທີ່ເຂົ້າມາໃນ ຫຼື ເຂົ້າໃກ້ເຂດດັ່ງກ່າວໂດຍບໍ່ໄດ້ຕັ້ງໃຈແມ່ນຈະຖືກຕັກເຕືອນ.