Nakai Nam Theun National Park

ຂໍໃຫ້ພະນັກງານນຳທ່ຽວທ້ອງຖິ່ນ ຊ່ວຍທ່ານໃຫ້ເຫັນສັດປ່າ ແລະ ບັນດາສະຖານທີ່ທ່ອງທ່ຽວພິເສດ. ການເບິ່ງສັດປ່າ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດອື່ນໆ ໂດຍໄກ້ນຳທ່ຽວທ້ອງຖິ່ນ ແມ່ນວິທີໜຶ່ງທີ່ສຳຄັນເພື່ອສົ່ງເສີມການອະນຸລັກ ແລະ ປູກຈິດສຳນຶກວ່າດ້ວຍຄວາມສຳຄັນຂອງການປົກປ້ອງຊີວະນາໆພັນ. ລາຍການທ່ອງທ່ຽວແມ່ນຕ້ອງໄດ້ຈອງຜ່ານເຮືອນພັກທ້ອງຖິ່ນ ຢູ່ໃນເມືອງ ນາກາຍ.

ຈຸດເດັ່ນແມ່ນສັດປ່າ

ຂາແດງ

ສັດຕະກຸນລີງທີ່ສວຍງາມ ແລະ ໃກ້ຈະສູນພັນເຫຼົ່ານີ້ ແມ່ນສັດທີ່ລ້ຽງລູກດ້ວຍນົມທີ່ມີເອກະລັກສະເພາະ ແລະ ສາມາດພົບເຫັນໄດ້

ເຫງັນ & ກວາງ

ກວາງ ແລະ ເຫງັນຫຼາຍຊະນິດ ສາມາດພົບເຫັນໄດ້ໃນຍາມກາງຄືນ ລຽບຕາມສາຍນ້ຳໂຊດ ເມື່ອທ່ານໂຊກດີ.

ທະນີ (ສຽງຮ້ອງ)

ເຖິງແມ່ນວ່າມັນຍາກ ໃນການເຫັນທະນີ, ທ່ານສາມາດໄດ້ຍິນສຽງຮ້ອງຂອງພວກເຂົາຢ່າງມ່ວນຊື່ນໃນຕອນເດິກຈາກຈຸດຕັ້ງແຄ້ມ.

ຊ້າງປ່າ

ດ້ວຍຄວາມພະຍາຍາມ ແລະ ຄວາມໂຊກດີ ທ່ານສາມາດພົບເຫັນຊ້າງປ່າ ຢູ່ລຽບຕາມອ່າງນ້ຳເທີນ 2. ທ່ານອາດຈະເຫັນຮ່ອງຮອຍຊ້າງ ຕາມເສັ້ນທາງນ້ຳແຈໄດ້ເຊັ່ນກັນ.

ລີງແສນ

ລີງແສນເປັນສັດລ້ຽງລູກດ້ວຍນົມທີ່ພົບເຫັນເລື້ອຍໆ ແລະ ສາມາດພົບເຫັນໄດ້ລຽບຕາມແມ່ນ້ຳ ແລະ ດອນຕ່າງໆ ຂອງອ່າງນໍ້າລະຫວ່າງລ່ອງເຮືອຂື້ນໄປຫານ້ຳໂຊດ.

ຈຸດເດັ່ນແມ່ນສັດປ່າ

ໄມ້ຮິ້ງຊຳ

ເອີ້ນຊື່ວ່່າ: ໄມ້ຮິ້ງຊຳ ໃນພາສາລາວ. ໄມ້ຮິ້ງຊຳເປັນພັນໄມ້ຊະນິດໃກ້ຈະສູນພັນແລ້ວ (ອະນາໄມເກີບຂອງທ່ານດ້ວຍທາດເຫຼົ້າກ່ອນເຂົ້າໃກ້)

ນ້ຳແຈ

ນ້ຳແຈເປັນພື້ນທີ່່ສຳຄັນແຫ່ງໜຶ່ງສຳລັບສັດຕະກຸນລີງ ແລະ ເປັນພື້ນທີ່ເຂົ້າເຖິງງ່າຍທີ່ສຸດໃນການຍ່າງປ່າຈາກບ້ານ ນາວາງ.

ຫ້ວຍໝາກງາ & ແກ້ຫຼວງ

ພື້ນທີ່ສວຍງາມແຫ່ງນີ້ຢູ່ລຽບຕາມນ້ຳໂຊດມີໂອກາດໃນການເບິ່ງສັດປ່າໃນຍາມກາງຄືນທີ່ເປັນຈຸດເດັ່ນ.

ຫາດຊາຍນ້ຳໂຊດ

ນ້ຳໂຊດເປັນສະຖານທີ່ໃກ້ທີ່ສຸດຢູ່ໃນອຸທິຍານ ສຳລັບກາງເຕັ່ນນອນ ແລະ ມີຊື່ສຽງໃນດ້ານຫາດຊາຍ ແລະ ແສງດາວໃນຍາມກາງຄືນ.

ຕາດຍິ້ມ

ຕາດຍິ້ມເປັນນ້ຳຕົກຕາດທີ່ເຂົ້າເຖິງງ່າຍທີ່ສຸດ ແລະ ມີການປີນພູທີ່ທ້າທາຍຍ່າງໜຶ່ງສູ່ເສັ້ນທາງໄປຫາປ່າໄມ້ຮິ້ງຊຳ.

ຕາດຄູນ

ຕາດຄູນເປັນຕາດທີ່ໂດດເດັ່ນທີ່ສຸດຂອງອຸທິຍານ. ການລ່ອງເຮືອໝົດມື້ຕາມແມ່ນ້ຳອອນ ກໍຍັງເໝາະສົມໃນການເບິ່ງນົກນຳອີກ.

ຕາດເຕີງ

ສອບຖາມເຮືອນພັກທ້ອງຖິ່ນ  ເພື່ອກະກຽມການເດີນທາງພິເສດໄປເບິ່ງນ້ຳຕົກຕາດເຕີງ ຊຶ່ງທ່ານສາມາດໄປໄດ້ໂດຍການຂີ່ລົດຖີບເສືອພູເຂົາ ຫຼື ລົດໄຖນາ.

ທົ່ງກະແຈງ

ການຍ່າງປ່າໄປທ່ຽວທົ່ງກະແຈງ ຕ້ອງໃຊ້ເວລາຍ່າງໜ້ອຍ 6 ວັນ ແຕ່ວ່າເປັນບ່ອນທີ່ດີທີ່ສຸດໃນການເບິ່່ງສັດປ່າ. ຮຽກຮ້ອງໃຫ້ມີການອະນຸຍາດພິເສດ.

ອ່າງນ້ຳເທີນ 2

ອ່າງນ້ຳເທີນ 2 ແມ່ນດີສຳລັບການເບິີ່ງນົກ. ຈອງການເດີນທາງເພື່ອຕຶກປາກັບເຮືອນພັກທ້ອງຖິ່ນແຫ່ງໜຶ່ງ ແລະ ການກິນເຂົ້າປ່າ ຢູ່ລານໄຮ.

ບັນດາໝູ່ບ້ານ

ບ້ານ ນາຫາວ

ບ້ານ ນາຫາວ ເປັນບ້ານໜຶ່ງທີ່ມີຫຼາຍຊົນເຜົ່າ ແລະ ເປັນຈຸດເລີ່ມຕົ້ນໃນການທ່ອງທ່ຽວຕາມແມ່ນ້ຳໂຊດ ທ່ານສາມາດຊື້ປີ້ເຂົ້າອຸທິຍານ ແລະ ຈອງເຮືອນພັກແຮມປະຊາຊົນ, ໄກ້ນຳທ່ຽວທ້ອງຖິ່ນ, ອຸປະກອນໃນການຕັ້ງແຄ້ມ, ລົດຖີບເສືອພູເຂົາ ແລະ ເຮືອ ຢູ່ທີ່ສູນຕ້ອນຮັບແຂກນາຫາວ.

ບ້ານ ນາວາງ

ບ້ານ ນາວາງ ເປັນບ້ານຊົນເຜົ່າມະກອງ  ແລະ ຕັ້ງຢູ່ຫ່າງຈາກບ້ານ ນາຫາວ 8 ກິໂລແມັດ ທີ່ນອນຢູ່ໃນອຸທິຍານ. ນາວາງ ເປັນຈຸດເລີ່ມຕົ້ນສຳລັບການທ່ອງທ່ຽວເຂດນ້ຳແຈ ແລະ ເຂົ້າເຖິງພື້ນທີ່ທົ່ງກະແຈງ. ເຮືອນພັກແຮມຂອງປະຊາຊົນ ແລະ ໄກ້ນຳທ່ຽວທ້ອງຖິ່ນ ທີ່ມີໄວ້ເພື່ອບໍລິການທ່ານ.

ບ້ານ ທ່າລັງ

ບ້ານ ທ່າລັ່ງ ເປັນບ້ານຊົນເຜົ່າໜຶ່ງ ທີ່ຕັ້ງຢູ່ຕາມແຄມອ່າງເກັບນ້ຳເທີນ 2 ແລະ ເປັນບ່ອນທີ່ມີຊື່ສຽງໃນການໄປເບິ່ງຕາເວັນຂື້ນ ແລະ ຕາເວັນຕົກດິນ. ເປັນພື້ນທີ່ໃກ້ທີ່ສຸດໃນການຂື້ນເຮືອ ເຂົ້າສູ່ອຸທິຍານ ແລະ ມີເຮືອນພັກສອງແຫ່ງ ທີ່ຄອຍຖ້າໃຫ້ບໍລິການທ່ອງທ່ຽວສູ່ນາກາຍນໍ້າເທີນ.