ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ



ວັນທີ 14 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງການບ້ານນາທ່ອນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ລະຫວ່າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດກັບກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນຂື້ນ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ບຸນຍົມ ຫຼວງບຸນມາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ປອ ສີສົມພອນ ສຸດທິຈັກ ຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ, ມີບັນດາຫົວໜ້າຫ້ອງການ, ພະນັກງານກໍ່ສ້າງຮາກຖານການ ຂັ້ນແຂວງ, ຂັ້ນເມືອງ ເຂດທົ່ງແຄະ, ຄະນະນາຍບ້ານ, ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. ໃນພິທີ ທ່ານ ດຳມອນ ໄຊຍະວົງ ຕ່າງໜ້າວິຊາການປະຈໍາພາກສະໜາມ ທີ່ຖືກແຕ່ງຕັ້ງ, ຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຄໍາເກີດ ທ່ານໃຫ້ຮູ້ວ່າ: ຄວາມເປັນມາ ແລະ ຄວາມຈຳເປັນຂອງການກໍ່ສ້າງໂຄງການດັ່ງກ່າວທ່ານໃຫ້ຮູ້ວ່າ: ເພື່ອເປັນການປະຕິບັດຕາມແຜນພັດທະນາເສດຖະ ກິດສັງຄົມ 05 ປີ (2019-2023) ຂອງເມືອງຄໍາເກີດ ສະບັບເລກທີ 081/ມຄກ, ລົງວັນທີ 24 ມີນາ 2020; ຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ, ການຍາດແຍ່ງງົບປະມານ 91.080.000 ກີບ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເປົ້າໝາຍຂອງໂຄງການ: ເປັນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ໄດ້ນໍາໃຊ້ຊົນລະປະທານເຂົ້າໃນການຜະລິດ ໃຫ້ໄດ້ທັງສອງລະດູການ ຄຽງຄູ່ກັບການສ້າງຄວາມເປັນເຈົ້າການ ຂອງປະຊາຊົນທ້ອງຖິ່ນໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ຢູ່ໃນຂອບເຂດບ້ານຂອງຕົນ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີການນໍ້າໃຊ້ນໍ້າໄດ້ຕະຫຼອດປີ. ໃນເມື່ອກ່ອນບໍ່ທັນໄດ້ມີການກໍ່ສ້າງໂຄງການຊົນລະປະທານ ສາມາດເຮັດການຜະລິດໄດ້ພຽງລະດູດຽວ, ຜົນຜະລິດເຂົ້ານາປີໄດ້ 3-3,5 ໂຕນ/ເຮັກຕ່າ ແລະ ໄດ້ຮັບການກໍ່ສ້າງຊົນລະປະທານຝາຍກວຍຫີນນໍ້າທົບ 1 ສໍາເລັດແລ້ວ, ສາມາດສະໝອງນໍ້າເຂົ້າໃນເນື້ອທີ່ການຜະລິດ ຢ່າງພຽງພໍກັບການປູກພືດ, ຈະສູ້ຊົນໃຫ້ເຂົ້ານາປີໃຫ້ບັນລຸຕາມຄາດໝາຍຜົນຜະລິດໃຫ້ເພີ່ມຂຶ້ນຢູ່ 4 ໂຕນ/ເຮັກຕ່າ ແລະ ນາແຊງໃຫ້ໄດ້ 4,3 ໂຕ່ນ/ເຮັກຕ່າ, ສາມາດສະໜອງນໍ້າເຂົ້າໃນເນື້ອທີ່ນາປີ 95 ເຮັກຕ່າ ແລະ ນາແຊງ, ປູກພຶດໃນລະດູ ແລ້ງໄດ້ 45 ເຮັກຕ່າ. ເລີ່ມການຈັດຕັ້ງປະຕິບັດ ວັນທີ 27 ພະຈິກ 2023 ຮອດວັນທີ 30 ທັນວາ 2023, ເຊິ່ງມີ 2 ຝາຍຄື: 1.ກໍ່ສ້າງຝາຍໃຫຍ່: ຄວາມກວ້າງ 4 ແມັດ, ຄວາມຍາວ 35 ແມັດ, ຄວາມສູງສັນຝາຍ 1,5 ແມັດ. 2. ກໍ່ສ້າງຝາຍນ້ອຍ: ຄວາມກວ້າງ 5 ແມັດ, ຄວາມຍາວ 28 ແມັດ, ຄວາມສູງສັນຝາຍ 1.5 ແມັດ ແລະ ບໍລິມາດລວມທັງໝົດ 176 ແມັດກ້ອນ. ຊາວບ້ານເປັນຜູ້ອອກແຮງງານປະກອບສ່ວນເຂົ້າໃນການກໍ່ສ້າງມີ 1.265 ແຮງງານ. ມາຮອດ ວັນທີ 5 ກຸມພາ 2024, ທາງຄະນະກໍາມະການ ລົງກວດກາຕົວຈີງຖືວ່າສໍາເລັດ 100%. ໃນພິທີໄດ້ຮັບຟັງການໂອ້ລົມຈາກຄະນະປະທານຕື່ມອີກ. ຫຼັງຈາກນັ້ນທ່ານ ສົມພົງເພັງ ລາດສະສົມບັດ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດເຈົ້າຂອງໂຄງການ ໄດ້ຂື້ນກ່າວມອບຊົນລະປະທານ ກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ກ່າວຮັບໂດຍ ນາຍບ້ານ ນາທ່ອນ ພ້ອມດ້ວຍຄະນະປະທານ, ພະນັກງານກໍ່ສ້າງຮາກຖານການຂັ້ນແຂວງ,ຂັ້ນເມືອງເຂດທົ່ງແຄະ, ຄະນະນາຍບ້ານ, ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມສັກຂີພິຍານ. ໃນຕອນທ້າຍພິທີ ຄະນະປະທານ, ພະນັກງານກໍ່ສ້າງຮາກຖານການຂັ້ນແຂວງ,ຂັ້ນເມືອງເຂດທົ່ງແຄະ, ຄະນະນາຍບ້ານ, ໄດ້ໄປເບິ່ງສະຖານທີ່ກໍ່ສ້າງຝາຍທັງ 2 ຕື່ມອີກ.