ວຽກງານເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບວິຊາການກອງຄຸ້ມຄອງດ້ານການຄຸ້ມຄອງພັດທະນາເວັບໄຊວ໌

ວຽກງານສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນຂອງອົງກອນໃນການຄຸ້ມຄອງຂໍ້ມູນຂ່າວສານ ທາງກອງໄດ້ຈັດສັນເຝິກອົບຮົມໃຫ້ກັບພະນັກງານຫລັກແຫລ່ງຊອງອົງກອນເພື່ອສືບຕໍ່ຜັນຂະຫຍາຍການເປັນເຈົ້າການໃນການໂຄສະນາຜ່ານສື່ຕ່າງໆທີ່ທາງອົງກອນໄດ້ຈັດຕັ້ງປະຕິບັດແຕ່ລະໄລຍະເປັນຕົ້ນໂດຍການສ້າງຄວາມອາດສາມາໃນການຂຽນຂ່າວລົງເວັບໄຊວ໌
ຂະບວນການຊຸກຍູ້ວຽກງານກໍ່ສ້າງນ້ຳລິນກໍບົງ

ລາຍລຽດຂ່າວ https://www.facebook.com/share/p/1CE7pFTUBM/
ວຽກງານປັບປຸງ ແລະ ກໍ່ສ້າງນ້ຳລິນ ບ້ານ ປຸ່ງສ່ານ (ຄຸ້ມປຸ່ງ)
ໃນໄລຍະ 6 ເດືອນຕົ້ນປີ ຫນ່ວຍງານພັດທະນາຊີວິດການເປັນຢູ່ປະຈຳກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ ນ້ຳເທີນ ໂດຍສະເພາະພະນັກງານພັດທະນາ ໄດ້ປະສານສົມທົບກັບທີມງານວິຊາການ ນ້ຳສະອາດເມືອງ ນາກາຍ, ຄະນະພັກອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານແມ່ນໄດ້ພ້ອມພາກັນຈັດຕັ້ງປະຕິບັດວຽກງານນ້ຳລິນໃນ ບ້ານ ປຸ່ງສ້ານ (ຄຸ້ມປຸ່ງ) ເຊິ່ງກຳລັງດຳເນີນງານໂດຍການເປັນເຈົ້າການແບບມີສ່ວນຮ່ວມຂອງຊຸມຊົນບົນພື້ນຖານການແນະນຳເຕັກນິກວິຊາການຈາກວິຊາການນ້ຳສະອາດເມືອງ ແລະ ພະນັກງານວິຊາການເມືອງ.
ກິດຈະກຳຈັດສົ່ງເຄື່ອງມືອຸປະກອນສຳຫລັບປັບປຸງ ແລະ ກໍ່ສ້າງນ້ຳລິນ 3 ບ້ານ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນ
ພິທີປະກາດການຈັດຕັ້ງຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍນໍ້າເທີນ

This is the heading ວັນທີ 5 ມີນາ 2024 ນີ້ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດພິທີປະກາດການຈັດຕັ້ງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໂດຍການເປັນປະທານຂອງທ່ານ ປອ ສົມຫັວງ ພິມມະວົງ ຫົວໜ້າກົມປ່າໄມ້ ມີທ່ານເຈົ້າເມືອງ,ຫົວໜ້າພະເເນກ,ຫົວໜ້າຫ້ອງການ, ຕະຫລອດຮອດພະນັກງານວິຊາການເຂົ້າຮ່ວມທັງໝົດ. ໃນພິທີ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານໄດ້ຂື້ນຜ່ານຂໍ້ຕົກລົງສະບັບ ເລກທີ 4909/ກປ, ລົງວັນທີ 5 ທັນວາ 2023 ວ່າດ້ວຍການແຕ່ງຕັ້ງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໂດຍປະກາດແຕ່ງຕັ້ງ ທ່ານ ສາຄອນ ກຸນນາວົງ ເປັນຮອງຫົວໜ້າກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ. ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດວຽກງານຕາມພັກ-ລັດມອບໝາຍ ໃຫ້ມີຄວາມໜັກແໜ້ນເສີມແຮງໃຫ້ບັນດາໜ້າວຽກໃຫ້ມີຄວາມເຂັ້ມແຂງ, ເພື່ອປະກອບສ່ວນເຂົ້າໃນການປັກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະກໍ່ຄືການປົກປັກຮັກສາຊັບພະຍາກອນທຳມະຊາດ,ປ່າໄມ້,ສັດນໍ້າ-ສັດປ່າ ພ້ອມທັງການປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃຫ້ດີຂື້ນເທື່ອລະກ້າວ.
ການທ່ອງທ່ຽວ ເຂດນ້ຳໂຊດ ບ້ານ ນາຫາວ

ການລ່ອງເຮືອ ເບິ່ງສັດປ່າຕາມແຄມຝັ່ງແມ່ນ້ຳໂຊດ ເປັນປະສົບການໜຶ່ງທີ່ເຮັດໃຫ້ນັກທ່ອງທ່ຽວປະທັບໃຈຫຼາຍທີ່ສຸດ ຊຶ່ງເປັນຈຸດເດັ່ນອັນໜຶ່ງຂອງອຸທິຍານແຫ່ງຊາດ ນາກາຍ ນ້ຳເທີນ.
ກິດຈະກຳສ້ອມແປງຂົວຂ້າມຫ້ວຍແກ້ຜ້າ ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນ

ວັນທີ 17-20 ເດືອນ ມີຖຸນາ ປີ 2024 ໄດ້ສ້າງກິດຈະກຳສ້ອມແປງ ຂົວໄມ້ຫ້ວຍຫາດແກ້ຜ້າ (ຍາວ 9 ແມັດ) ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນເພື່ອອຳນວຍຄວາມສະດວກໃຫ້ກັບການສັນຈອນໄປມາຫາສູ້ກັນລະຫວ່າງບ້ານຕໍ່ບ້ານໃນເຂດເຕິງເຊິ່ງໃນນັ້ນກໍ່ແມ່ນການມີສ່ວນຮ່ວມຂອງຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດໃນການປັບປຸງເພື່ອໃຫ້ໄປມາໄດ້ໃນ 2 ລະດູ
ຄະນະກວດກາເອກະລາດ IMA ລົງຕິດຕາມການຈັດຕັ້ງປະຕິບັດວຽກງານຂອງ ກອຊ.ນທ ໃນຄັ້ງວັນທີ 11-28 ພຶດສະພາ 2024
ໃນວັນທີ 11-28 ພຶດສະພາ 2024 ຄະນະກວດກາເອກະລາດໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ເດືອນມັກອນ-ເດືອນເມສາ 4ເດືອນຕົ້ນປີ 2024 ຂອງ ກອງຄຸ້ມຄອງອຸທິຍານແຫ່ງຊາດ-ນາກາຍນໍ້າເທີນ, ກອງຄູ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ 4ເດືອນຕົ້ນປີ 2024 ຮ່ວມກັບຄະນະກວດກາເອກະລາດ IMA ແລະ ພ້ອມດຽວກັນນັ້ນທາງ ຄະນະກວດກາເອກະລາດ IMA ກໍ່ຍັງໄດ້ລົງພົບກັບຄູ່ຮ່ວມງານທຸກຫ້ອງການຂອງເມືອງ ນາກາຍ, ຍົມມະລາດ, ບົວລະພາ, ເມືອງຄໍາເກີດ, ພົບກັບອໍນາດການຈັດຕັ້ງບ້ານ ປະຊາຊົນ 3 ເຂດເທິງ ເຂດນາວາງ, ເຂດທ່າໄຜ່ບ້ານ ແລະ ເຂດເຕິງ ເຊິ່ງໄດ້ຮັບການອໍານວຍຄວາມສະດວກຈາກຄູ່ຮ່ວມງານອໍານາດການປົກຄອງບ້ານຊາວບ້ານຫົວໜ້າເຂດເປັນຢ່າງດີ ພາຍຫຼັງທີ່ໄດ້ລົງຕິດຕາມກວດກາທ້ອງຖິ່ນສໍາແລ້ວກໍ່ໄດ້ມີການປະຊຸມ ແລະ ເຮັດວຽກກັບຄະນະກອງ,ຫົວໜ້າໜ່ວຍງານ, ວິຊາການພະນັກງານ ຂອງກອຊ.ນທ ກ່ອນຈະເດີນທາງໄປເຮັດວຽກ ແລະ ລາຍງານໃຫ້ກັບ ຮອງປະທານສະພາ, ສະມາຊິກສາພາ ບໍລິຫານ ແຂວງຄໍາມ່ວນ, ແຂວງບໍລິຄໍາໄຊ ແລະ ປະທານສະພາບໍລິຫານ […]
ຝຶກອົບຮົມເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024
ຝຶກອົບຮົມເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ ວັນທີ 19-25/05/2024 ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ2 ຂອງກອງຄຸ້ມຄອງອູທິຍານແຫ່ງຊາດນາກາຍ-ນໍ້າເທີນ ວາລະໄດ້ດໍາເນີນການຈັດຕັ້ງປະຕິບັດການຝຶກອົບຮົມເປັນເວລາ 3 ວັນ ເພື່ອສ້າງຄວາມອາດສາມາດໃຫ້ກັບພະນັກງານຜູ້ຮັບຜິດຊອບບໍລິຫານຄຸ້ມຄອງເວັບໄຊ໌ຂອງ ອຸທິຍານນາກາຍ-ນໍ້າເທີນ /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=”.svg”]{width:48px}.elementor-widget-image img{vertical-align:middle;display:inline-block}
ເຈົ້າຫນ້າທີ່ ພັດທະນາຊຸມຊົນ

ອ່ຽນພອນ ອ່ອນເລື້ອງໄຊ ເຈົ້າຫນ້າທີ່ ອຸທິຍາແຫ່ງຊາດ ນາກາຍ ນ້ຳເທີນ ສັງກັດຢູ່ຈຸງານພັດທະນາຊີວິການເປັນຢູ່ ເລິ່ມເຂົ້າມາເຮັດວຽກງານອະນຸລັກນັບຕັ້ງແຕ່ສົກປີ 2022 ເປັນຕົ້ນມາ ຫນຶ່ງໃນເຈົ້າຫນ້າທີ່ທີ່ໄດ້ອຸທິຕົນລົງ ນຳພາຊຸມຊົນເພື່ອສູ້ຊົນໃຫ້ບັນລຸວຽກງານພື້ນຖານໂດຍສະເພາະເພື່ອຫລຸດພົ້ນອອກຈາກຄອບຄົວທຸກຍາກຕາມດຳລັດ 348 ຂອງລັດຖະບ້ານ.