Nakai Nam Theun National Park

ວຽກງານປັບປຸງ ແລະ ກໍ່ສ້າງນ້ຳລິນ ບ້ານ ປຸ່ງສ່ານ (ຄຸ້ມປຸ່ງ)

ໃນໄລຍະ 6 ເດືອນຕົ້ນປີ ຫນ່ວຍງານພັດທະນາຊີວິດການເປັນຢູ່ປະຈຳກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ ນ້ຳເທີນ ໂດຍສະເພາະພະນັກງານພັດທະນາ ໄດ້ປະສານສົມທົບກັບທີມງານວິຊາການ ນ້ຳສະອາດເມືອງ ນາກາຍ, ຄະນະພັກອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານແມ່ນໄດ້ພ້ອມພາກັນຈັດຕັ້ງປະຕິບັດວຽກງານນ້ຳລິນໃນ ບ້ານ ປຸ່ງສ້ານ (ຄຸ້ມປຸ່ງ) ເຊິ່ງກຳລັງດຳເນີນງານໂດຍການເປັນເຈົ້າການແບບມີສ່ວນຮ່ວມຂອງຊຸມຊົນບົນພື້ນຖານການແນະນຳເຕັກນິກວິຊາການຈາກວິຊາການນ້ຳສະອາດເມືອງ ແລະ ພະນັກງານວິຊາການເມືອງ.

ກິດຈະກຳສ້ອມແປງຂົວຂ້າມຫ້ວຍແກ້ຜ້າ ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນ

ວັນທີ 17-20 ເດືອນ ມີຖຸນາ ປີ 2024  ໄດ້ສ້າງກິດຈະກຳສ້ອມແປງ ຂົວໄມ້ຫ້ວຍຫາດແກ້ຜ້າ (ຍາວ 9 ແມັດ) ບ້ານ ທົ່ງນ້ອຍ ເຂດເຕິງໂດຍການມີສ່ວນຮ່ວມຂອງຊຸມຊົນເພື່ອອຳນວຍຄວາມສະດວກໃຫ້ກັບການສັນຈອນໄປມາຫາສູ້ກັນລະຫວ່າງບ້ານຕໍ່ບ້ານໃນເຂດເຕິງເຊິ່ງໃນນັ້ນກໍ່ແມ່ນການມີສ່ວນຮ່ວມຂອງຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດໃນການປັບປຸງເພື່ອໃຫ້ໄປມາໄດ້ໃນ 2 ລະດູ

ເຈົ້າຫນ້າທີ່ ພັດທະນາຊຸມຊົນ

ອ່ຽນພອນ ອ່ອນເລື້ອງໄຊ ເຈົ້າຫນ້າທີ່ ອຸທິຍາແຫ່ງຊາດ ນາກາຍ ນ້ຳເທີນ ສັງກັດຢູ່ຈຸງານພັດທະນາຊີວິການເປັນຢູ່ ເລິ່ມເຂົ້າມາເຮັດວຽກງານອະນຸລັກນັບຕັ້ງແຕ່ສົກປີ 2022 ເປັນຕົ້ນມາ ຫນຶ່ງໃນເຈົ້າຫນ້າທີ່ທີ່ໄດ້ອຸທິຕົນລົງ ນຳພາຊຸມຊົນເພື່ອສູ້ຊົນໃຫ້ບັນລຸວຽກງານພື້ນຖານໂດຍສະເພາະເພື່ອຫລຸດພົ້ນອອກຈາກຄອບຄົວທຸກຍາກຕາມດຳລັດ 348 ຂອງລັດຖະບ້ານ.

ວຽກງານ ສໍຳຫຼວດຈຸດສ້ອມແປງເສັ້ນທາງຂະນາດນ້ອຍ ແຕ່ບ້ານຕອງ ຫາ ບ້ານ ປຸ່ງສ້ານ

ໃນຄັ້ງວັນທີ່ 20/02/2024 ວິຊາການພັດທະນາກອງຄຸ້ມຄອງໄດ້ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ນາກາຍ ພ້ອມຄະນະຊີ້ນຳເຂດ ລົງກວດການສະພາບການປັບປຸງເສັ້ນທາງ ລະຫວ່າງບ້ານ ຕອງ ຫາ ປຸ່ງສ້ານ ທີ່ມີຄວາມຍາວ 3.94 ກິໂລແມັດ ສຳເລັດການປັບປຸງ

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ວັນທີ 14 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງການບ້ານນາທ່ອນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ລະຫວ່າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດກັບກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນຂື້ນ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ບຸນຍົມ ຫຼວງບຸນມາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ປອ ສີສົມພອນ ສຸດທິຈັກ ຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ, ມີບັນດາຫົວໜ້າຫ້ອງການ, ພະນັກງານກໍ່ສ້າງຮາກຖານການ ຂັ້ນແຂວງ, ຂັ້ນເມືອງ ເຂດທົ່ງແຄະ, ຄະນະນາຍບ້ານ, ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. ໃນພິທີ ທ່ານ ດຳມອນ ໄຊຍະວົງ ຕ່າງໜ້າວິຊາການປະຈໍາພາກສະໜາມ ທີ່ຖືກແຕ່ງຕັ້ງ, ຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຄໍາເກີດ ທ່ານໃຫ້ຮູ້ວ່າ: ຄວາມເປັນມາ ແລະ ຄວາມຈຳເປັນຂອງການກໍ່ສ້າງໂຄງການດັ່ງກ່າວທ່ານໃຫ້ຮູ້ວ່າ: ເພື່ອເປັນການປະຕິບັດຕາມແຜນພັດທະນາເສດຖະ ກິດສັງຄົມ 05 ປີ (2019-2023) ຂອງເມືອງຄໍາເກີດ […]

ການຕອບສະຫນອງໄຟຟ້າໂຊລ່າເຊວໃຫ້ຊຸມຊົນ ບ້ານ ມະກາ ວຽກງານພັດທະນາຊຸມຊົນ

ບ້ານ ມະກາ ເປັນບ້ານຫນຶ່ງທີ່ມີຊາຍແດດຕິດກັບ ຫວຽດນາມ ຫ່າງຈາກຕົວເມືອງ ນາກາຍ ປະມານ 98,3 ກິໂລແມັດ, ເຊິ່ງເປັນບ້ານຍຸດທະສາດ ທາງພັກ ແລະ ລັດທະບານກໍເລັງເຫັນຄວາມສຳຄັນຈັດເປັນບຸລິມາສິດຈຸດສຸມ ບ້ານ ພັດທະນາ ໃນນັ້ນກໍ່ໄດ້ຮັບທຶນຊ່ວຍເຫລືອຈາກຫລາຍດ້ານໂດຍສະເພາະ ການສະຫນອງໄຟຟ້າໂຊລ່າເຊວໃນສົກປີ 2023 ໄດ້ສຳເລັດການສະຫນອງໄຟຟ້າໂຊລ່າເຊວທັງຫມົດ 53 ຫລັງຄາເຮືອນ ຈາກ 89 ຫລັງ ແລະ ຄາດວ່າໃນສົກປີ 2024 ຈະສາມາດສະຫນອງໄຟຟ້າເພິ່ມອີກ 45 ຫລັງຄາເຮືອນນັ້ນຫມາຍຄວາມວ່າ ບ້ານ ມະກາ ຈຳນວນຫລັງຄາເຮືອນໃນບ້ານຈະສາມາດເຂົ້າເຖິງໄຟຟ້າໂຊລ່າເຊວໄດ້ສຳເລັດ 100% ຕາມຄາດຫມາຍ.