Nakai Nam Theun National Park

ວຽກງານ ສໍຳຫຼວດຈຸດສ້ອມແປງເສັ້ນທາງຂະນາດນ້ອຍ ແຕ່ບ້ານຕອງ ຫາ ບ້ານ ປຸ່ງສ້ານ

ໃນຄັ້ງວັນທີ່ 20/02/2024 ວິຊາການພັດທະນາກອງຄຸ້ມຄອງໄດ້ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ນາກາຍ ພ້ອມຄະນະຊີ້ນຳເຂດ ລົງກວດການສະພາບການປັບປຸງເສັ້ນທາງ ລະຫວ່າງບ້ານ ຕອງ ຫາ ປຸ່ງສ້ານ ທີ່ມີຄວາມຍາວ 3.94 ກິໂລແມັດ ສຳເລັດການປັບປຸງ

ເຮືອໃຫຍ່ນາກາຍນໍ້າເທີນ2

ນາກາຍນໍ້າເທີນຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງແຂວງຄໍາມ່ວນເຊິ່ງມີແຫຼ່ງຜະລິດໄຟຟ້າໂດຍມີ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ເປັນຜູ້ປົກຮັກສາປ່າໄມ້ ແລະ ທໍາມະຊາດເພື່ອສະໜອງແຫຼ່ງນໍ້າໃນການປ້ອນເຂົ້າເຮືອນຈັກຜະລິດໄຟຟ້າ ແມ່ນໍ້າຫຼາຍສາຍມາລວມຕົວກັນເອີ້ນວ່ານໍ້າເທີນ ມີຫຼາກຫຼາຍຊີວະນາໆພັນບໍ່ຈະເປັນພັນພືດ, ພັນໄມ້, ພັດສັດ ນັກທ່ອງທ່ຽວມັກມາທ່ຽວຊົມເຮືອໃຫຍ່ ແລະ ນໍ້າທີ່ເຄີຍຄືກັບທະເລ ຫຼືເອີນວ່າທະເລລາວ /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=”.svg”]{width:48px}.elementor-widget-image img{vertical-align:middle;display:inline-block}

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ວັນທີ 14 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງການບ້ານນາທ່ອນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ລະຫວ່າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດກັບກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນຂື້ນ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ບຸນຍົມ ຫຼວງບຸນມາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ປອ ສີສົມພອນ ສຸດທິຈັກ ຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ, ມີບັນດາຫົວໜ້າຫ້ອງການ, ພະນັກງານກໍ່ສ້າງຮາກຖານການ ຂັ້ນແຂວງ, ຂັ້ນເມືອງ ເຂດທົ່ງແຄະ, ຄະນະນາຍບ້ານ, ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. ໃນພິທີ ທ່ານ ດຳມອນ ໄຊຍະວົງ ຕ່າງໜ້າວິຊາການປະຈໍາພາກສະໜາມ ທີ່ຖືກແຕ່ງຕັ້ງ, ຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຄໍາເກີດ ທ່ານໃຫ້ຮູ້ວ່າ: ຄວາມເປັນມາ ແລະ ຄວາມຈຳເປັນຂອງການກໍ່ສ້າງໂຄງການດັ່ງກ່າວທ່ານໃຫ້ຮູ້ວ່າ: ເພື່ອເປັນການປະຕິບັດຕາມແຜນພັດທະນາເສດຖະ ກິດສັງຄົມ 05 ປີ (2019-2023) ຂອງເມືອງຄໍາເກີດ […]

ກອງປະຊຸມຖອດຖອນບົດຮຽນຮ່ວມກັບຄູ່ຮ່ວມງານ ກຳລັງປ້ອງກັນຊາດ ເເລະ ກຳລັງປ້ອງກັນຄວາມສະຫົງບສຸກ.

ໃນວັນທີ 2 ພຶດສະພາ 2024 ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດກອງປະຊຸມປຶກສາຫາລືເເລກປ່ຽນບົດຮຽນຮ່ວມກັບຄູ່ຮ່ວມງານ ກຳລັງປ້ອງກັນຊາດ ເເລະ ກຳລັງປ້ອງກັນຄວາມສະຫົງບສຸກ ກ່ຽວກັບວຽກງານປະຕິບັດລະບຽບການ ອຸທິຍານແຫ່ງຊາດນາກາຍ-ນ້ຳເທິນ ໃນໄລຍະຜ່ານມາ ເເລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ສີທັດ ພິມມະຈັນ ຮັກສາການ ຫົວໜ້າກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ ຍິງ 0 ທ່ານ ຈາກພະເເນກການທີ່ກ່ຽວຂ້ອງ ແຂວງ ຄຳມ່ວນ ແລະ ແຂວງ ບໍລິຄຳໄຊ, ຄະນະຊີ້ນຳເຂດ,ຫົວໜ້າຫ້ອງການເຂດ ຕະຫລອດຮອດພະນັກງານວິຊາການໜ່ວຍງານປະຕິບັດລະບຽບການເຂົ້າຮ່ວມຢ່າງພ້ອມພຽງ. /*! elementor – v3.19.0 – 05-02-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=”.svg”]{width:48px}.elementor-widget-image img{vertical-align:middle;display:inline-block}

ການຕອບສະຫນອງໄຟຟ້າໂຊລ່າເຊວໃຫ້ຊຸມຊົນ ບ້ານ ມະກາ ວຽກງານພັດທະນາຊຸມຊົນ

ບ້ານ ມະກາ ເປັນບ້ານຫນຶ່ງທີ່ມີຊາຍແດດຕິດກັບ ຫວຽດນາມ ຫ່າງຈາກຕົວເມືອງ ນາກາຍ ປະມານ 98,3 ກິໂລແມັດ, ເຊິ່ງເປັນບ້ານຍຸດທະສາດ ທາງພັກ ແລະ ລັດທະບານກໍເລັງເຫັນຄວາມສຳຄັນຈັດເປັນບຸລິມາສິດຈຸດສຸມ ບ້ານ ພັດທະນາ ໃນນັ້ນກໍ່ໄດ້ຮັບທຶນຊ່ວຍເຫລືອຈາກຫລາຍດ້ານໂດຍສະເພາະ ການສະຫນອງໄຟຟ້າໂຊລ່າເຊວໃນສົກປີ 2023 ໄດ້ສຳເລັດການສະຫນອງໄຟຟ້າໂຊລ່າເຊວທັງຫມົດ 53 ຫລັງຄາເຮືອນ ຈາກ 89 ຫລັງ ແລະ ຄາດວ່າໃນສົກປີ 2024 ຈະສາມາດສະຫນອງໄຟຟ້າເພິ່ມອີກ 45 ຫລັງຄາເຮືອນນັ້ນຫມາຍຄວາມວ່າ ບ້ານ ມະກາ ຈຳນວນຫລັງຄາເຮືອນໃນບ້ານຈະສາມາດເຂົ້າເຖິງໄຟຟ້າໂຊລ່າເຊວໄດ້ສຳເລັດ 100% ຕາມຄາດຫມາຍ.

ພິທີປະກາດການຈັດຕັ້ງຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍນໍ້າເທີນ

ວັນທີ 5 ມີນາ 2024 ນີ້ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດພິທີປະກາດການຈັດຕັ້ງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໂດຍການເປັນປະທານຂອງທ່ານ ປອ ສົມຫັວງ ພິມມະວົງ ຫົວໜ້າກົມປ່າໄມ້ ມີທ່ານເຈົ້າເມືອງ,ຫົວໜ້າພະເເນກ,ຫົວໜ້າຫ້ອງການ, ຕະຫລອດຮອດພະນັກງານວິຊາການເຂົ້າຮ່ວມທັງໝົດ. ໃນພິທີ ຕາງໜ້າກົມຈັດຕັ້ງ ແລະ ພະນັກງານໄດ້ຂື້ນຜ່ານຂໍ້ຕົກລົງສະບັບ ເລກທີ 4909/ກປ, ລົງວັນທີ 5 ທັນວາ 2023 ວ່າດ້ວຍການແຕ່ງຕັ້ງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໂດຍປະກາດແຕ່ງຕັ້ງ ທ່ານ ສາຄອນ ກຸນນາວົງ ເປັນຮອງຫົວໜ້າກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ. ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດວຽກງານຕາມພັກ-ລັດມອບໝາຍ ໃຫ້ມີຄວາມໜັກແໜ້ນເສີມແຮງໃຫ້ບັນດາໜ້າວຽກໃຫ້ມີຄວາມເຂັ້ມແຂງ, ເພື່ອປະກອບສ່ວນເຂົ້າໃນການປັກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະກໍ່ຄືການປົກປັກຮັກສາຊັບພະຍາກອນທຳມະຊາດ,ປ່າໄມ້,ສັດນໍ້າ-ສັດປ່າ ພ້ອມທັງການປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃຫ້ດີຂື້ນເທື່ອລະກ້າວ.

ຂໍເຊີນຊວນທຸກໆທ່ານ ຊົມບູດວາງສະແດງ ແລະ ຮ່ວມສະໜັບສະໜູນສິນຄ້າ ເຄື່ອງຫັດຖະກຳຈັກສານຈາກຝີມື ພໍ່ເເມ່ປະຊາຊົນ ເຂດທ່າໄຜ່ບ້ານ

ຂໍເຊີນຊວນທຸກໆທ່ານ ຊົມບູດວາງສະແດງ ແລະ ຮ່ວມສະໜັບສະໜູນສິນຄ້າ ເຄື່ອງຫັດຖະກຳຈັກສານຈາກຝີມື ພໍ່ເເມ່ປະຊາຊົນ ເຂດທ່າໄຜ່ບ້ານ ທີ່ຢູ່ໃນອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ພ້ອມທັງມີສ່ວນຮ່ວມໃນການສົ່ງເສີມ ວຽກງານການອະນຸລັກປ່າໄມ້ໃຫ້ຍືນຍົງຍາວນານ. ລາຍລະອຽດຕາມເຟດ Thaphaiban new normal crafting ແນະນໍາເລີຍເຈົ້າ

ປະເມີນໜ່ວຍພັກເພື່ອກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໜ່ວຍພັກກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ປະເມີນໜ່ວຍພັກເພື່ອກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ————————————- ໃນວັນທີ 23 ມັງກອນ 2024 ນີ້ ໜ່ວຍພັກກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ປະເມີນການຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂຶ້ນທີ່ຫ້ອງປະຊຸມຊັ້ນ2ຂອງກອງດັ່ງກ່າວ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດ.ຣ ບຸນມີ ທານຸວົງ ຮອງເລຂາພັກເມືອງ ຊີ້ນຳວຽກພັກ-ພະນັກງານ, ມີຄະນະໜ່ວຍພັກຂະແໜງອ້ອມຂ້າງ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມທັງຫມົດ 21 ສະຫາຍ ຍິງ 6 ສະຫາຍ ໃນນັ້ນມີສະມາຊິກຫນ່ວຍພັກ ກອຊ.ນທ ເຂົ້າຮ່ວມປະເມີນທັງຫມົດ18 ສະຫາຍ ຍິງ 5 ສະຫາຍ. ສະຫາຍ ສີທັດ ພິມມະຈັນ ຮັກສາການເລຂາຫນວ່ຍພັກກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ກ່າວເປີດກອງປະຊຸມວ່າ: ການປະເມີນສະມາຊິກພັກ ເພື່ອເປັນການສ້າງສະມາຊິກພັກໃຫ້ມີຄວາມປອດໃສ […]

ທີມງານນັກສຶກສາມະຫາວິທະຍາໄລຣາຊະພັດສະກົນນະຄອນປະເທດໄທລົງທັດສະນະສຶກສາແລກປ່ຽນບົດຮຽນ

#ທີມງານນັກສຶກສາມະຫາວິທະຍາໄລຣາຊະພັດສະກົນນະຄອນປະເທດໄທລົງທັດສະນະສຶກສາແລກປ່ຽນບົດຮຽນຢູ່ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ. ໃນລະຫ່ວາງວັນທີ 5-7 ມັງກອນ 2024 ນີ້ທີ່ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ເມືອງ ນາກາຍ ແຂວງ ຄຳມ່ວນ ທີມງານຄູອາຈານ ແລະ ນັກສຶກສາລະດັບປະລິນຍາໂທ-ເອກ ຈາກມະຫາວິທະຍາໄລ ຣາຊະພັດ ສະກົນນະຄອນ ຣາຊະອານາຈັກໄທ ມາທັດສະນະສຶກສາແລກປ່ຽນບົດຮຽນ ຢູ່ກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ເພື່ອເປັນການແລກປ່ຽນບົດຮຽນກ່ຽວກັບ ລັດຖະປະສາດ,ການບໍລິຫານຈັດການພາກລັດ ເເລະ ເອກະຊົນ ໂດຍສະເພາະໃນການຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ກໍ່ຄືການປົກປັກຮັກສາ ແລະ ສົ່ງເສີມການອະນຸລັກ ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ ພ້ອມທັງອະນຸລັກປົກປັກຮັກສາ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນໃຫ້ອຸດົມສົມບູນຍືນຍົງຍາວນານ. ຂະບວນການທັດສະນະໃນຄັ້ງນີ້ ຍັງໄດ້ລົງມອບເຄື່ອງອຸປະກອນການສຶກສາ ເເລະ ກິລາ ໃຫ້ກັບໂຮງຮຽນທີ່ຢູ່ໃນ ເເລະ ເຂດອ້ອມຮອບອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ພ້ອມກັບລົງຕົວຈິງ ແລະ ມີຫລາກຫລາຍກິດຈະກຳ ຢູ່ພາກສະໜາມເຂດອຸທິຍານແຫ່ງຊາດນາກາຍ ນໍ້າເທີນ. ຮູບພາບ/ຂ່າວ: ສາຄອນ ເພັດບົວທອງ (ກອຊ.ນທ).