Nakai Nam Theun National Park

ພິທີເປີດ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ

ໂດຍ​ເຫັນ​ໄດ້​ຄວາມໝາຍຄວາມ​ສຳຄັນ​ຂອງ​ປ່າ​ໄມ້ ​ແລະຊັບພະຍາກອນ​ປ່າ​ໄມ້ຕໍ່ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ, ການ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມກໍ່ຄື​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ແກ້​ໄຂຄວາມທຸກ​ຍາກຂອງ​ປະຊາຊົນ​ບັນດາ​ເຜົ່າ ລັດຖະບານ​ຈຶ່ງ​ໄດ້​ປະກາດ​ສ້າງຕັ້ງ ປ່າ​ສະຫງວນ​ແຫ່ງ​ຊາດ​ຂຶ້ນ​ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 164/ນຍ, ລົງ​ວັນ​ທີ 29 ຕຸລາ 1993, ຈຳນວນ 18 ​ແຫ່ງ ໜຶ່ງ​ໃນ​ນັ້ນ​ແມ່ນ​ປ່າ​ສະຫງວນ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ ​ເຊິ່ງມີ​ເນື້ອທີ່​ທັງໝົດ 353.200 ​ເຮັກຕາ. ຈຸດປະສົງ​ແມ່ນ​ເພື່ອ​ຄຸ້ມ​ຄອງ, ປົກ​ປັກຮັກສາ, ພັດທະນາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ປ່າ​ໄມ້ ​ແລະ ທີ່​ດິນ​ປ່າ​ໄມ້ ​ໂດຍ​ສະ​ເພາະ​ແມ່ນ​ປ່າ​ໄມ້, ສັດ​ນ້ຳ-ສັດປ່າ ​ແລະ ຊີວະ​ນາໆພັນ ທີ່​ເປັນ​ຊັບພະຍາກອນ​ທີ່​ສຳຄັນ​ຂອງ​ຊາດ ​ໃຫ້​ມີ​ຄວາມ​ສົມບູນ ​ແລະ ຍືນ​ຍົງ​ຕະຫຼອດ​ໄປ. ເພື່ອຈັດຕັ້ງປະຕິບັດ​ໂຄງການ​ໄຟຟ້າ​ນ້ຳຕົກ ນ້ຳ​ເທີນ 2 ລັດຖະບານ​ໄດ້​ສ້າງຕັ້ງ​ເຂດ​ແຫຼ່ງນ້ຳ-ນ້ຳ​ເທີນ 2 ຂຶ້ນ ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 193/ນຍ, ລົງ​ວັນ​ທີ 29 ທັນວາ 2000, ພ້ອມ​ທັງ​ໄດ້​ສ້າງຕັ້ງອົງການ​ຄຸ້ມ​ຄອງ ​ແລະ ປົກ​ປັກຮັກສາ​ເຂດ​ແຫຼ່ງນ້ຳ ນ້ຳ​ເທີນ […]