News

Big Boat
Nakai Nam Theun is located in the northeast of Khammouan Province, which has a power generation source with the Nakai-Nam

Activities for clean
Nakai Nam Theun National Park Management Team to work together on 30/04/2024 at Labor Day

The task of surveying the small road repair point from Ban Tong to Ban Phong San
On 20/02/2024, the Development Department of the Department of Management jointly with the Office of Public Works and Transport in

Community Development Officer
Mr IengPhone Onleaungxay, National Conservation Officer, Nakai Nam Theun, who has been working on conservation work since 2022, is one

Meeting to Exchange Lessons with Partners, National Defense Forces, and Public Security Forces
On May 2, 2024, the Nakai-Nam Theun National Park Management Board held a consultation meeting to exchange lessons with partners,
ສະຖານທີ່ທ່ຽວຊົມ
ທຣິບເດີນທາງສໍາຫຼວດ ແລະ ທຣິບທ່ອງທ່ຽວ ແບບເລືອກເອງ

ທຣິບເດີນທາງສໍາຫຼວດໄປຍັງເຂດອື່ນຂອງ ນາກາຍ-ນໍ້າເທີນ ແມ່ນສາມາດຈັດຂຶ້ນໃຫ້ໄດ້ໂດຍການຂໍອະນຸຍາດແບບພິເສດ. ເຂດເຫຼົ່ານີ້ແມ່ນຈະລວມມີ ທົ່ງກະແຈງ, ເຊິ່ງເປັນທີ່ຮູ້ຈັກສໍາລັບການເບິ່ງກວາງທີ່ຫາຍາກ ແລະ ບັນດາລີງຫຼາກຫຼາຍສາຍພັນ (6-8 ວັນ ໃນການເດີນປ່າ), ເບິ່ງຊ້າງກິນເກືອທີ່ປຸ່ງທຽມ (1-3 ວັນ ເດີນທາງດ້ວຍເຮືອ)ແລະ ສາຍນ້ໍາອອນ ສໍາລັບການເບິ່ງນົກ ແລະ ຕາດຄູນ (1-2 ວັນ).
1/2-ມື້ ການຕຶກປາ & ກິນເຂົ້າປ່າ ຢູ່ລານໄຮ-ອ່າງນໍ້າເທີນ

ການເດີນທາງໄປຕຶກປາໃນຍາມເຊົ້າ ຫຼື ຕອນກາງເວັນ ຕາມອ່າງນ້ຳເທີນ. ມີກິນເຂົ້າທ່ຽງຢູ່ປ່າ ຢູ່ໂງ່ນຫີນປາກແມ່ນ້ຳ ລານໄຮ. ຖ້າທ່ານໂຊກດີສາມາດເຫັນຊ້າງ & ລີງກັງລຽບຕາມແຄມອ່າງນ້້າເທີນ.
2/3-ມື້ ຍ່າງປ່າເບິ່່ງຂາແດງ & ແຄ້ມນ້ຳແຈ

ຍ່າງປ່າໄປຫານ້ຳແຈ, ຮູ້ວ່າມີ ຂາແດງ & ທະນີແກ້ມຂາວ ຖິ່ນໃຕ້. ນອນແຄ້ມແຮມຄືນຢູ່ໃນເຕັ່ນ ຫຼື ອູູ່ນອນ ແລະ ເຮືອນພັກແຮມຂອງປະຊາຊົນ ຢູ່ໃນບ້ານຊົນເຜົ່າແຫ່ງໜຶ່ງ.
1 ວັນ - ໄມ້ຮ້ີງຊາໍ & ຕາດຍ້ີມ

ຍ່າງຂຶ້ນພູໄປທີ່ຕາດຍີ້ມ ແລະ ປ່າໄມ້ຮີ້ງຊໍາ ແລ້ວກິນເຂົ້າປ່າຢູ່ແຄມຊາຍຝັ່ງຕາມສາຍນໍ້າໂຊດທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
2-3 ວັນ - ຕັ້ງແຄ້ມ ແລະ ຍ່າງປ່າທ່ີນໍ້າໂຊດ

ທ່ຽວຊົມສັດປ່າໃນຕອນກາງຄືນໂດຍການລ່ອງເຮືອ ແລະ ຕັ້ງແຄ້ມຢູ່ທີ່ ແກ້ງຫຼວງ. ເບິ່ງນົກ ແລະ ຟັງສຽງຮ້ອງຂອງທະນີໃນຍາມເຊົ້າໆແລ້ວທ່ຽວຊົມຕາດຍີ້ມ ແລະ ໄມ້ຮີ້ງຊໍາ. ທົວດັ່ງກ່າວແມ່ນຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ຫຼື ຕົວເມືອງນາກາຍ.ທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
3 ວັນ – ຍ່າງປ່າ, ຕັ້ງແຄ້ມ ແລະ ພັກຜ່ອນແບບໂຮມ

ຍ່າງປ່າເຂົ້າໄປສູ້ເຂດນໍ້າແຈ, ເຊິ່ງເປັນທີ່ຮູ້ຈັກວ່າເປັນບ່ອນຢູ່ອາໄສຂອງບັນດາລີງສາຍພັນຕ່າງໆເຊິ່ງມີທັງ ຄ່າງຫ້າສີ (Red-Shanked Douc) ແລະ ທະນີແກ້ມຂາວ (White-cheeked Gibbon). ພັກຜ່ອນໃນຄໍ່າຄືນທໍາອິດດ້ວຍການພັກໂຮມສະເຕແບບຊົນເຜົ່າໃນໝູ່ບ້ານທີ່ຫ່າງໄກສອກຫຼີກ (ສາມາດເລືອກທີ່ຈະຂີ່ລົດຖີບຂຶ້ນພູເພື່ອເດີນທາງໄປຫາໝູ່ບ້ານໄດ້). ຕັ້ງແຄ້ມໃນຄືນທີ່ສອງຢູ່ທີ່ໃຈກາງຂອງທໍາມະຊາດຜືນປ່ານາກາຍ ນໍ້າເທີນ.