ພາບລວມຂອງຂໍ້ມູນນັກທ່ອງທ່ຽວ
ປັດຈຸບັນມີສາມພື້ນທີ່ຫຼັກເປີດໃຫ້ບໍລິການ ສຳລັບນັກທ່ອງທ່ຽວຄື: ເຂດນ້ຳໂຊດ (1-3 ວັນ, ທ່ອງທ່ຽວດ້ວຍການຂີ່ເຮືອ, ການຕັ້ງແຄ້ມ ແລະ ການຍ່າງປ່າຢ່າງສະດວກ), ເຂດນ້ຳແຈ (3-4 ວັນ, ການຍ່າງປ່າ) ແລະ ເຂດອ່າງນ້ຳເທີນ 2 (1/2 ວັນ, ການຂີ່ເຮືອ ແລະ ການພາຍເຮືອຄາຍັກ). ນັກທ່ອງທ່ຽວຈະຕ້ອງໄດ້ມີພະນັກງານນຳທ່ຽວທ້ອງຖິ່ນ ແລະ ຊື້ປີ້ ເພື່ອເຂົ້າຊົມອຸທິຍານຢູ່ບັນດາເຂດດັ່ງກ່າວນີ້, ຊຶ່ງຈະໄດ້ຈັດຫາໃຫ້ໂດຍຜ່ານເຮືອນພັກທ້ອງຖິ່ນຢູ່ໃນເມືອງ ນາກາຍ, ສຳລັບເຂດອື່ນຈະມີການອະນຸຍາດພິເສດ. ສຳລັບຂໍ້ມູນສະຖານທີ່ທ່ອງທ່ຽວ, ລາຍການທ່ອງທ່ຽວ, ທີ່ພັກ, ທິດທາງ, ສິ່ງທີ່ເຮັດ, ສິ່ງທີ່ຫ້າມເຮັດ ແລະ ຄຳຖາມ ເພີ່ມເຕີມໃຫ້ກົດໃສ່ ຕິດຕໍ່ຂໍ້ມູນ
ເບີໂທຕິດຕໍ່ຫ້ອງການ: 051 21233
ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ
ສິ່ງທີ່ຈະເຮັດ
1 ວັນ - ໄມ້ຮ້ີງຊາໍ & ຕາດຍ້ີມ
ຍ່າງຂຶ້ນພູໄປທີ່ຕາດຍີ້ມ ແລະ ປ່າໄມ້ຮີ້ງຊໍາ ແລ້ວກິນເຂົ້າປ່າຢູ່ແຄມຊາຍຝັ່ງຕາມສາຍນໍ້າໂຊດທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
2-3 ວັນ - ຕັ້ງແຄ້ມ ແລະ ຍ່າງປ່າທ່ີນໍ້າໂຊດ

ທຽວຊົມສັດປາໃນຕອນກາງຄືນໂດຍການລອງເຮືອ ແລະ ຕັ້ງແຄມຢູທີ່ ແກງຫຼວງ. ເບິ່ງນົກ ແລະ ຟັງສຽງຮອງຂອງທະນີໃນຍາມເຊົ້າໆແລວທຽວຊົມຕາດຍີ້ມ ແລະ ໄມຮີ້ງຊາ. ທົວດັ່ງກາວແມນຈະເລີ່ມເດີນທາງອອກຈາກ ບານ ທາລັງ ຫຼື ຕົວເມືອງນາກາຍ.ທົວດັ່ງກາວຈະເລີ່ມເດີນທາງອອກຈາກ ບານ ທາລັງ ດວຍເຮືອຫາງຍາວໃນຕອນເຊົ້າໆ.
3 ວັນ – ຍ່າງປ່າ, ຕັ້ງແຄ້ມ ແລະ ພັກຜ່ອນແບບໂຮມ

ຍາງປາເຂົ້າໄປສູເຂດນ້າແຈ, ເຊິ່ງເປັນທີ່ຮູຈັກວາເປັນບອນຢູອາໄສຂອງບັນດາລີງສາຍພັນຕາງໆເຊິ່ງມີທັງ ຄາງຫາສີ (Red-Shanked Douc) ແລະ ທະນີແກມຂາວ (White-cheeked Gibbon). ພັກຜອນໃນຄ່າຄືນທາອິດດວຍການພັກໂຮມສະເຕແບບຊົນເຜົ່າໃນໝູບານທີ່ຫາງໄກສອກຫຼີກ (ສາມາດເລືອກທີ່ຈະຂີ່ລົດຖີບຂຶ້ນພູເພື່ອເດີນທາງໄປຫາໝູບານໄດ). ຕັ້ງແຄມໃນຄືນທີ່ສອງຢູທີ່ໃຈກາງຂອງທາມະຊາດຜືນປານາກາຍ ນ້າເທີນ.
ທຣິບເດີນທາງສໍາຫຼວດ ແລະ ທຣິບທ່ອງທ່ຽວ ແບບເລືອກເອງ

ທຣິບເດີນທາງສາຫຼວດໄປຍັງເຂດອື່ນຂອງ ນາກາຍ-ນ້າເທີນ ແມນສາມາດຈັດຂຶ້ນໃຫໄດໂດຍການຂອະນຸຍາດແບບພິເສດ. ເຂດເຫຼົ່ານີ້ແມນຈະລວມມີ ທົ່ງກະແຈງ, ເຊິ່ງເປັນທີ່ຮູຈັກສາລັບການເບິ່ງກວາງທີ່ຫາຍາກ ແລະ ບັນດາລີງຫຼາກຫຼາຍສາຍພັນ (6-8 ວັນ ໃນການເດີນປາ), ເບິ່ງຊາງກິນເກືອທີ່ປຸງທຽມ (1-3 ວັນ ເດີນທາງດວຍເຮືອ)ແລະ ສາຍນ້າອອນ ສາລັບການເບິ່ງນົກ ແລະ ຕາດຄູນ (1-2 ວັນ).
1/2-ມື້ ການຕຶກປາ & ກິນເຂົ້າປ່າ ຢູ່ລານໄຮ-ອ່າງນໍ້າເທີນ

ການເດີນທາງໄປຕຶກປາໃນຍາມເຊົ້າ ຫຼື ຕອນກາງເວັນ ຕາມອ່າງນ້ຳເທີນ. ມີກິນເຂົ້າທ່ຽງຢູ່ປ່າ ຢູ່ໂງ່ນຫີນປາກແມ່ນ້ຳ ລານໄຮ. ຖ້າທ່ານໂຊກດີສາມາດເຫັນຊ້າງ & ລີງກັງລຽບຕາມແຄມອ່າງນ້້າເທີນ.
2/3-ມື້ ຍ່າງປ່າເບິ່່ງຂາແດງ & ແຄ້ມນ້ຳແຈ

ຍ່າງປ່າໄປຫານ້ຳແຈ, ຮູ້ວ່າມີ ຂາແດງ & ທະນີແກ້ມຂາວ ຖິ່ນໃຕ້. ນອນແຄ້ມແຮມຄືນຢູ່ໃນເຕັ່ນ ຫຼື ອູູ່ນອນ ແລະ ເຮືອນພັກແຮມຂອງປະຊາຊົນ ຢູ່ໃນບ້ານຊົນເຜົ່າແຫ່ງໜຶ່ງ.