ການພັກແຮມຄືນ
ທີ່ພັກຢູ່ໃນ ແລະ ຢູ່ອ້ອມຂ້າງ ອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ
ທີ່ພັກຢູ່ໃນອຸທິຍານແຫ່ງຊາດນາກາຍນ້ຳເທີນ ລວມທັງການຕັ້ງແຄ້ມຢູ່ສະຖານຕັ້ງແຄ້ມ ແລະ ເຮືອນພັກແຮມຂອງປະຊາຊົນ ໃນໝູ່ບ້ານທີ່ເປັນຄູ່ຮ່ວມງານ. ລະຫວ່າງທາງໄປນາກາຍ-ນ້ຳເທີນ ນັກທ່ອງທ່ຽວສາມາດພັກຢູ່ເຮືອນພັກ ໃນບ້ານ ທ່າລັ່ງ ຫຼື ຕົວເມືອງ ນາກາຍ (ບ້ານ ອຸດົມສຸກ), ເມືອງ ນາກາຍ. ເພື່ອກະກຽມໄກ້ນຳທ່ຽວທ້ອງຖິ່ນ, ຈຸດຕັ້ງແຄ້ມ ແລະ ເຮືອນພັກແຮມຂອງປະຊາຊົນຢູ່ໃນອຸທິຍານ. ການເດີນທາງຂອງທ່ານຈະຕ້ອງໄດ້ຈອງນຳເຮືອນພັກໂພສີທ່າລັ່ງ ຢູ່ເມືອງ ນາກາຍ.
ຈຸດຕັ້ງແຄ້ມນ້ຳໂຊດ (ຫ້ວຍຍິ້ມ)
ຈຸດຕັ້ງແຄ້ມນໍ້າໂຊດ (ຫຼື ຫ້ວຍຍິ້ມ) ຕັ້ງຢູ່ຫາດຊາຍຂອງແມ່ນ້ຳໂຊດ. ຊຶ່ງເປັນບ່ອນຕັ້ງແຄ້ມທີ່ງ່າຍທີ່ສຸດໃນການເຂົ້າເຖິງອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ, ໃຊ້ເວລາເດີນທາງຂື້ນທາງທິດເໜືອປະມານ 30 ນາທີ ຈາກບ້ານ ນາຫາວ ແລະ ເປັນຄວາມຄິດທີ່ດີໃນການກິນເຂົ້າ ແລະ ປີ້ງບາບີຄິວ ຢູ່ຫາດຊາຍ, ການເບິ່ງດາວ ແລະ ການໄປທ່ຽວກັບຄອບຄົວ. ຊຶ່ງຕັ້ງຢູ່ເສັ້ນທາງໄປຫານໍ້າຕົກຕາດຍີ້ມ ແລະ ກາຍໄປເບິ່ງໄມ້ຮິ້ງຊໍາ. ຊຶ່ງປະກອບມີຫ້ອງນ້ຳສອງຫ້ອງ ແລະ ບ່ອນພັກຜ່ອນ.
ການທ່ອງທ່ຽວທີ່ກ່ຽວຂ້ອງ:


ຈຸດຕັ້ງແຄ້ມແກ້ງຫຼວງ (ແມ່ນ້ຳໂຊດ)
ແກ້ງຫຼວງຕັ້ງຢູ່ທາງທິດເໜືອຂອງນ້ຳໂຊດ (ຫ້ວຍຍິ້ມ) ໃຊ້ເວລາເດີນທາງປະມານ 45 ນາທີ. ຈຸດຕັ້ງແຄ້ມເທິງຫາດຊາຍນ້ຳໂຊດ. ເປັນບ່ອນທີ່ນັກທ່ອງທ່ຽວພັກຢູ່ເມື່ອເຮັດກິດຈະກຳເບິ່ງສັດປ່າໃນຍາມກາງຄືນ, ຊຶ່ງເລີ່ມຕົ້ນຈາກຈຸດກວດກາຫ້ວຍໝາກງາຂື້ນທາງທິດເໜືອ ໃຊ້ເວລາເດີນທາງປະມານ 1 ຊົ່ວໂມງ. ມີເສັ້ນທາງຈາກແກ້ງຫຼວງ ຫາໄມ້ຮິ້ງຊໍາ ແລະ ຕາດຍິ້ມ. ວິວທຳມະຊາດຢູ່ທີ່ແກ້ງຫຼວງຂອງອຸທິຍານແມ່ນສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນທີສຸດ. ຈຸດຕັ້ງແຄ້ມຍັງເປັນຈຸດຕັ້ງແຄ້ມທາງເລືອກສຳລັບການທ່ຽວເບິ່ງໄມ້ຮິ້ງຊຳ 2 ວັນ. ຊຶ່ງປະກອບມີຫ້ອງນ້ຳ ສອງຫ້ອງ ແລະ ສາລາເພື່ອພັກຜ່ອນ.
ການທ່ອງທ່ຽວທີ່ກ່ຽວຂ້ອງ:
ແຄ້ມນ້ຳແຈ (ເຂດນ້ຳແຈ)
ແຄ້ມນ້ຳແຈເປັນຈຸດຕັ້ງແຄ້ມທຳອິດຢູ່ໃນເສັ້ນທາງນໍ້າແຈ, ຕັ້ງຢູ່ແຄມນ້ຳແຈທີ່ມີໄລຍະທາງປະມານ 14 ກິໂລແມັດ (5 ຊົ່ວໂມງ) ຈາກບ້ານ ນາວາງ. ການຍ່າງຈາກຈຸດຕັ້ງແຄ້ມຫານ້ຳແຈແມ່ນມີໂອກາດຫຼາຍທີ່ສຸດໃນການພົບເຫັນຂາແດງ. ສາມາດໄດ້ຍິນທະນີຮ້ອງຢູ່ບໍລິເວນຈຸດຕັ້ງແຄ້ມໃນຕອນເຊົ້າ. ຈຸດກວດກາບ້ານຮ້າງ-ນ້ຳແຈ ແມ່ນຈຸດຕັ້ງແຄ້ມທາງເລືອກທີ່ ຕັ້ງຢູ່ຫ່າງຈາກແຄ້ມນໍ້າແຈປະມານ 10 ກິໂລແມັດໄປທາງທິດເໜືອ. ຊຶ່ງມືຫ້ອງນ້ຳສອງຫ້ອງ ແລະ ສາລາເພື່ອພັກຜ່ອນ.
ການທ່ອງທ່ຽວທີ່ກ່ຽວຂ້ອງ:


ຈຸດກວດກາບ້ານຮ້າງ-ນ້ຳແຈ (ເຂດນ້ຳແຈ)
ຈຸດກວດກາບ້ານຮ້າງ ຕັ້ງຢູ່ເສັ້ນທາງນ້ຳແຈມີໄລຍະທາງປະມານ 11,3 ກິໂລແມັ (4+ຊົ່ວໂມງ) ເປັນເສັ້ນທາງເນີນພູ ເຂົ້າສູ່ບ້ານ ນາວາງ. ເປັນບ່ອນພັກເຊົາຂອງພະນັກງານລ່າຕະເວນ ແລະ ສາມາດນຳໃຊ້ເປັນຈຸດຕັ້ງແຄ້ມທາງເລືອກໜຶຶ່ງ ໄປຫາຈຸດຕັ້ງແຄ້ມນ້ຳແຈໄດ້, ຕັ້ງຢູ່ຫ່າງຈາກນ້ຳແຈໄປທາງທິດໃຕ້ປະມານ 10 ກິໂລແມັດ. ການຍ່າງຈາກຈຸດຕັ້ງແຄ້ມໄປຫານໍ້າແຈ ແມ່ນມີໂອກາດຫຼາຍທີ່ສຸດໃນການພົບເຫັນຂາແດງ, ສາມາດໄດ້ຍິນທະນີຮ້ອງຢູ່ບໍລິເວນຈຸດຕັ້ງແຄ້ມໃນຕອນເຊົ້າ. ສິ່ງອຳນວຍຄວາມສະດວກມີຫ້ອງນໍ້າໜຶ່ງຫ້ອງ, ຫ້ອງຄົວ 1 ຫ້ອງ ແລະ ຈຸດກວດກາພະນັກງານລ່າຕະເວນ.
ການທ່ອງທ່ຽວທີ່ກ່ຽວຂ້ອງ:
ເຮືອນພັກແຮມ
ເຮືອນພັກແຮມບ້ານ ນາຫາວ
ບ້ານ ນາຫາວ ເປັນບ້ານທຳອິດທີ່ທ່ານຈະເດີນທາງມາຮອດ ເວລາເດີນທາງໄປຫາເຂດນໍ້າໂຊດ ແລະ ນ້ຳແຈ. ເປັນທີ່ຕັ້ງຂອງສູນຕ້ອນຮັບແຂກ ເມື່ອທ່ານແຈ້ງເຂົ້າ ແລະ ຈ່າຍເງິນຄ່າເຂົ້າອຸທິຍານ ຄ່າໄກ້ນຳທ່ຽວທ້ອງຖິ່ນ, ຄ່າເຮືອເພື່ອຂື້ນໄປເທິງ, ຄ່າລົດດຖີບ, ລົດຈັກ, ລົດໄຖນາ ທ່ານສາມາດຈ້າງຊາວບ້ານໄປສົ່ງຢູ່ບ້ານ ນາວາງ (8 ກິໂລແມັດ). ບ້ານ ນາຫາວ ເປັນບ້ານທີ່ມີຫຼາຍຊົນເຜົ່າປົນກັນທີ່ມີຊົນເຜົ່າ ສາລັງ, ເໝີ້ຍ, ຜູ້ໄທ ແລະ ອາຕູ. ເຮືອນພັກແຮມແມ່ນມີໄວ້ບໍລິການທ່ານໂດຍການພັກຢູ່ນຳຄອບຄົວທ້ອງຖິ່ນ ຊຶ່ງເປັນປະສົບການທີ່ດີທາງດ້ານວັດທະນາທຳໃຫ້ແກ່ນັກທ່ອງທ່ຽວ ແລະ ຈຳເປັນທີ່ຕ້ອງມີລາຍຮັບໃນການເປັນເຈົ້າພາບ. ບອກໃຫ້ໄກ້ນຳທ່ຽວຂອງທ່ານຈອງໃຫ້ ຊຶ່ງເປັນອີກທາງເລືອກໜຶ່ງທີ່ເພີ່ມຈາກການຕັ້ງແຄ້ມ.
ການທ່ອງທ່ຽວທີ່ກ່ຽວຂ້ອງ:


ເຮືອນພັກແຮມບ້ານນາວາງ
ບ້ານ ນາວາງ ຕັ້ງຢູ່ຫ່າງຈາກບ້ານ ນາຫາວ ປະມານ 8 ກິໂລແມັດ ແລະ ເຂົ້າເຖິງໄດ້ໂດຍການຍ່າງປະມານ (1 ຊົ່ວໂມງປາຍ), ຖ້າຫາກຂີ່ລົດຈັກ ຫຼື ລົດໄຖນາ ໃຊ້ເວລາປະມານ (30 ກວ່ານາທີ). ບ້ານ ນາວາງ ເປັນບ້ານຊົນເຜົ່າມະກອງ ທີ່ເຮັດນາປູກເຂົ້າ ແລະ ເຮັດໄຮ່. ເປັນບ້ານທາງອອກ ຂອງເສັ້ນທາງການທ່ອງທ່ຽວນ້ຳແຈ ແລະ ທົ່ງກະແຈງ. ໄລຍະທາງ 14 ກິໂລແມັດ 5 (ຊົ່ວໂມງ) ຫາຈຸດຕັ້ງແຄ້ມນ້ຳແຈ ແລະ 11,3 ກິໂລແມັດ (4) ຊົ່ວໂມງ ຈາກຈຸດກວດກາບ້ານຮ້າງ-ນ້ຳແຈ. ເຮືອນພັກແຮມແມ່ນມີໄວ້ບໍລິການທ່ານໂດຍການພັກຢູ່ນຳຄອບຄົວທ້ອງຖິ່ນ ຊຶ່ງເປັນປະສົບການທີ່ດີທາງດ້ານວັດທະນາທຳໃຫ້ແກ່ນັກທ່ອງທ່ຽວ ແລະ ຈຳເປັນທີ່ຕ້ອງມີລາຍຮັບໃນການເປັນເຈົ້າພາບ. ບອກໃຫ້ໄກ້ນຳທ່ຽວຂອງທ່ານຈອງໃຫ້ໃນຄືນທຳອິດ ຫຼື ຄືນທີສອງ.
ການທ່ອງທ່ຽວທີ່ກ່ຽວຂ້ອງ:
ເຮືອນພັກ
ທາລັ່ງ
ທ່າລັ່ງເປັນພື້ນທີ່ໃກ້ທີ່ສຸດໃນການຂື້ນເຮືອ ເຂົ້າສູ່ອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ, ມີເຮືອນພັກສອງແຫ່ງຢູ່ທ່າລັ່ງ ທີ່ສະໜອງການທ່ອງທ່ຽວ (ເຮືອ, ໄກ້ນຳທ່ຽວທ້ອງຖິ່ນ) ເຂົ້າສູ່ອຸທິຍານ.
- ເຮືອນພັກໂພສີທ່າລັ່ງ & ຮ້ານອາຫານ
- amphaimookchantai(at)gmail.com
- ເບີໂທຕິດຕໍ່: +8562054601666
- ເຮືອນພັກ ສະບາຍດີ ທ່າລັ່ງ
- Whatsapp/WeChat: +8562095863201
- ເບີໂທຕິດຕໍ່: +8562055429950
ຕົວເມືອງ ນາກາຍ (ບ້ານ ອຸດົມສຸກ)
ຕົວເມືອງນາກາຍ (ບ້ານ ອຸດົມສຸກ) ເປັນທີ່່ຕັ້ງຂອງກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ & ສູນຂໍ້ມູນຂ່າວສານ ແລະ ເປັນບ່ອນທີ່ທ່ານຈະມາຮອດຖ້າຫາກເດີນທາງມາຈາກທ່າແຂກ ຫຼື ນັ່ງລົດເມມາໂດຍກົງ. ມີເຮືອນສອງສາມຫຼັງຢູ່ໃນຕົວເມືອງ ແລະ ນາກາຍຣີສອດສະໜອງການທ່ອງທ່ຽວ (ເຮືອ, ໄກ້ນຳທ່ຽວທ້ອງຖິ່ນ) ເຂົ້າສູ່ອຸທິຍານ.
- ນາການຣີສອດ
- reservationsnakairesort(at)gmail.com
- ເບີໂທຕິດຕໍ່: +8562055581511, Reception: +85651 214 911
- ຣີສອດຊັນເຊັດ & ຮ້ານອາຫານ
- sunsetnakai(at)gmail.com
- ເບີໂທຕິດຕໍ່: +8562056928744