ໜ່ວຍພັກກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ປະເມີນໜ່ວຍພັກເພື່ອກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
————————————-



ໃນວັນທີ 23 ມັງກອນ 2024 ນີ້ ໜ່ວຍພັກກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ປະເມີນການຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂຶ້ນທີ່ຫ້ອງປະຊຸມຊັ້ນ2ຂອງກອງດັ່ງກ່າວ.
ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດ.ຣ ບຸນມີ ທານຸວົງ ຮອງເລຂາພັກເມືອງ ຊີ້ນຳວຽກພັກ-ພະນັກງານ, ມີຄະນະໜ່ວຍພັກຂະແໜງອ້ອມຂ້າງ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມທັງຫມົດ 21 ສະຫາຍ ຍິງ 6 ສະຫາຍ ໃນນັ້ນມີສະມາຊິກຫນ່ວຍພັກ ກອຊ.ນທ ເຂົ້າຮ່ວມປະເມີນທັງຫມົດ18 ສະຫາຍ ຍິງ 5 ສະຫາຍ.
ສະຫາຍ ສີທັດ ພິມມະຈັນ ຮັກສາການເລຂາຫນວ່ຍພັກກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ກ່າວເປີດກອງປະຊຸມວ່າ: ການປະເມີນສະມາຊິກພັກ ເພື່ອເປັນການສ້າງສະມາຊິກພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ກໍ່ເພື່ອແນ່ໃສ່ ເຮັດໃຫ້ວຽກງານການຄຸ້ມຄອງບໍລິຫານອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໃຫ້ມີຄວາມເຂັ້ມແຂງ ຖ້າຢາກໄດ້ແນວນັ້ນ ພວກເຮົາຕ້ອງໄດ້ສ້າງບຸກຄະລາກອນກໍ່ຄືສ້າງສະມາຊິກພັກໃຫ້ມີຄວາມເຂັ້ມແຂງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ທາງດ້ານແນວຄິດ,ທາງດ້ານສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໃນຂອງພັກ, ທາງດ້ານແບບແຜນການນໍາພາ ແລະ ວິທີເຮັດວຽກ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃຫ້ຫຼາຍຂື້ນ.
ການປະເມີນໜ່ວຍພັກ ໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຢ່າງຫລວງຫລາຍຕໍ່ກັບ ການສ້າງໜ່ວຍພັກກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ (ກອຊ.ນທ) ໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ,ທີ່ໄດ້ຮັບຮອງຕາມແຜນການກໍ່ສ້າງໜ່ວຍພັກ ເພາະວ່າບັນດາສະຫາຍສະມາຊິກພັກ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ກ່ຽວກັບ 5 ດ້ານຄື: ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ທາງດ້ານແນວຄິດ,ທາງດ້ານສະຕິຕໍ່ການຈັດຕັ້ງ ແລະລະບຽບວິໃນຂອງພັກ, ທາງດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ ແລະ ຄວາມຮັບຮັບຜິດຊອບຕໍ່ໜ້າທີ່ການເມືອງ ເພື່ອໃຫ້
ໄດ້ບຸກຄະລາກອນທີ່ດີ, ມີຄວາມຮູ້ຄວາມສາມາດແທ້, ມີສິນທໍາປະຕິວັດ, ມີນໍ້າໃຈເສຍສະຫຼະປະກອບສ່ວນທາງດ້ານເຫື່ອແຮງ ແລະ ມັນສະໝອງໃສ່ກັບໜ້າວຽກທີ່ທາງການຈັດຕັ້ງຂັ້ນເທີງມອບໝາຍໃຫ້ ແລະ ເປັນທີ່ໄວ້ວາງໃຈແທ້ ຂອງສັງຄົມ ກໍ່ຄືຄະນະນຳຂັ້ນເທິງ ໃນການມອບຄວາມຮັບຜິດຊອບອັນສຳຄັນໃຫ້ ແລະ ເຮັດໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.
ພາບ-ຂ່າວ: ກອຊ.ນທ.
Facebook: Nakai-Namtheun National Park .