ຂ່າວສານ

ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ
ພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ວັນທີ 14 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງການບ້ານນາທ່ອນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຝາຍກວຍຫີນ ນໍ້າທົບ 1 ບ້ານນາທ່ອນ ລະຫວ່າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດກັບກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນຂື້ນ, ເຂົ້າຮ່ວມເປັນປະທານໂດຍ ທ່ານ

ການຂະບວນການອອກເແຮງງານລວມຂອງພະນັກງານ ກອຊ.ນທ
ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍນໍ້າເທີນ ອອກແຮງງານລວມ ໃນຄັ້ງທີ່30/04/2024 ຕອນຮັບວັນກໍາມະກອນ

ກອງປະຊຸມຖອດຖອນບົດຮຽນຮ່ວມກັບຄູ່ຮ່ວມງານ ກຳລັງປ້ອງກັນຊາດ ເເລະ ກຳລັງປ້ອງກັນຄວາມສະຫົງບສຸກ.
ໃນວັນທີ 2 ພຶດສະພາ 2024 ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດກອງປະຊຸມປຶກສາຫາລືເເລກປ່ຽນບົດຮຽນຮ່ວມກັບຄູ່ຮ່ວມງານ ກຳລັງປ້ອງກັນຊາດ ເເລະ ກຳລັງປ້ອງກັນຄວາມສະຫົງບສຸກ ກ່ຽວກັບວຽກງານປະຕິບັດລະບຽບການ ອຸທິຍານແຫ່ງຊາດນາກາຍ-ນ້ຳເທິນ ໃນໄລຍະຜ່ານມາ ເເລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ສີທັດ ພິມມະຈັນ ຮັກສາການ

ການຕອບສະຫນອງໄຟຟ້າໂຊລ່າເຊວໃຫ້ຊຸມຊົນ ບ້ານ ມະກາ ວຽກງານພັດທະນາຊຸມຊົນ
ບ້ານ ມະກາ ເປັນບ້ານຫນຶ່ງທີ່ມີຊາຍແດດຕິດກັບ ຫວຽດນາມ ຫ່າງຈາກຕົວເມືອງ ນາກາຍ ປະມານ 98,3 ກິໂລແມັດ, ເຊິ່ງເປັນບ້ານຍຸດທະສາດ ທາງພັກ ແລະ ລັດທະບານກໍເລັງເຫັນຄວາມສຳຄັນຈັດເປັນບຸລິມາສິດຈຸດສຸມ ບ້ານ ພັດທະນາ ໃນນັ້ນກໍ່ໄດ້ຮັບທຶນຊ່ວຍເຫລືອຈາກຫລາຍດ້ານໂດຍສະເພາະ ການສະຫນອງໄຟຟ້າໂຊລ່າເຊວໃນສົກປີ 2023 ໄດ້ສຳເລັດການສະຫນອງໄຟຟ້າໂຊລ່າເຊວທັງຫມົດ 53

ພິທີປະກາດການຈັດຕັ້ງຮອງຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍນໍ້າເທີນ
ວັນທີ 5 ມີນາ 2024 ນີ້ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໄດ້ຈັດພິທີປະກາດການຈັດຕັ້ງຮອງກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ໂດຍການເປັນປະທານຂອງທ່ານ ປອ ສົມຫັວງ ພິມມະວົງ ຫົວໜ້າກົມປ່າໄມ້ ມີທ່ານເຈົ້າເມືອງ,ຫົວໜ້າພະເເນກ,ຫົວໜ້າຫ້ອງການ, ຕະຫລອດຮອດພະນັກງານວິຊາການເຂົ້າຮ່ວມທັງໝົດ. ໃນພິທີ ຕາງໜ້າກົມຈັດຕັ້ງ ແລະ

ຂໍເຊີນຊວນທຸກໆທ່ານ ຊົມບູດວາງສະແດງ ແລະ ຮ່ວມສະໜັບສະໜູນສິນຄ້າ ເຄື່ອງຫັດຖະກຳຈັກສານຈາກຝີມື ພໍ່ເເມ່ປະຊາຊົນ ເຂດທ່າໄຜ່ບ້ານ
ຂໍເຊີນຊວນທຸກໆທ່ານ ຊົມບູດວາງສະແດງ ແລະ ຮ່ວມສະໜັບສະໜູນສິນຄ້າ ເຄື່ອງຫັດຖະກຳຈັກສານຈາກຝີມື ພໍ່ເເມ່ປະຊາຊົນ ເຂດທ່າໄຜ່ບ້ານ ທີ່ຢູ່ໃນອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ພ້ອມທັງມີສ່ວນຮ່ວມໃນການສົ່ງເສີມ ວຽກງານການອະນຸລັກປ່າໄມ້ໃຫ້ຍືນຍົງຍາວນານ. ລາຍລະອຽດຕາມເຟດ Thaphaiban new normal crafting ແນະນໍາເລີຍເຈົ້າ

ປະເມີນໜ່ວຍພັກເພື່ອກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໜ່ວຍພັກກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ປະເມີນໜ່ວຍພັກເພື່ອກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ————————————- ໃນວັນທີ 23 ມັງກອນ 2024 ນີ້ ໜ່ວຍພັກກອງຄຸ້ມຄອງ ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ປະເມີນການຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ທີມງານນັກສຶກສາມະຫາວິທະຍາໄລຣາຊະພັດສະກົນນະຄອນປະເທດໄທລົງທັດສະນະສຶກສາແລກປ່ຽນບົດຮຽນ
#ທີມງານນັກສຶກສາມະຫາວິທະຍາໄລຣາຊະພັດສະກົນນະຄອນປະເທດໄທລົງທັດສະນະສຶກສາແລກປ່ຽນບົດຮຽນຢູ່ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ. ໃນລະຫ່ວາງວັນທີ 5-7 ມັງກອນ 2024 ນີ້ທີ່ອຸທິຍານແຫ່ງຊາດນາກາຍ ນໍ້າເທີນ ເມືອງ ນາກາຍ ແຂວງ ຄຳມ່ວນ ທີມງານຄູອາຈານ ແລະ ນັກສຶກສາລະດັບປະລິນຍາໂທ-ເອກ ຈາກມະຫາວິທະຍາໄລ ຣາຊະພັດ ສະກົນນະຄອນ ຣາຊະອານາຈັກໄທ ມາທັດສະນະສຶກສາແລກປ່ຽນບົດຮຽນ ຢູ່ກອງຄຸ້ມຄອງ

ພິທີເປີດ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ
ໂດຍເຫັນໄດ້ຄວາມໝາຍຄວາມສຳຄັນຂອງປ່າໄມ້ ແລະຊັບພະຍາກອນປ່າໄມ້ຕໍ່ກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການປົກປັກຮັກສາສິ່ງແວດລ້ອມກໍ່ຄືການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ລັດຖະບານຈຶ່ງໄດ້ປະກາດສ້າງຕັ້ງ ປ່າສະຫງວນແຫ່ງຊາດຂຶ້ນ ໃນຂອບເຂດທົ່ວປະເທດ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 164/ນຍ, ລົງວັນທີ 29 ຕຸລາ 1993, ຈຳນວນ 18 ແຫ່ງ ໜຶ່ງໃນນັ້ນແມ່ນປ່າສະຫງວນແຫ່ງຊາດ ນາກາຍ-ນ້ຳເທີນ
ສະຖານທີ່ທ່ຽວຊົມ
1 ວັນ - ໄມ້ຮ້ີງຊາໍ & ຕາດຍ້ີມ

ຍ່າງຂຶ້ນພູໄປທີ່ຕາດຍີ້ມ ແລະ ປ່າໄມ້ຮີ້ງຊໍາ ແລ້ວກິນເຂົ້າປ່າຢູ່ແຄມຊາຍຝັ່ງຕາມສາຍນໍ້າໂຊດທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
2-3 ວັນ - ຕັ້ງແຄ້ມ ແລະ ຍ່າງປ່າທ່ີນໍ້າໂຊດ

ທ່ຽວຊົມສັດປ່າໃນຕອນກາງຄືນໂດຍການລ່ອງເຮືອ ແລະ ຕັ້ງແຄ້ມຢູ່ທີ່ ແກ້ງຫຼວງ. ເບິ່ງນົກ ແລະ ຟັງສຽງຮ້ອງຂອງທະນີໃນຍາມເຊົ້າໆແລ້ວທ່ຽວຊົມຕາດຍີ້ມ ແລະ ໄມ້ຮີ້ງຊໍາ. ທົວດັ່ງກ່າວແມ່ນຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ຫຼື ຕົວເມືອງນາກາຍ.ທົວດັ່ງກ່າວຈະເລີ່ມເດີນທາງອອກຈາກ ບ້ານ ທ່າລັງ ດ້ວຍເຮືອຫາງຍາວໃນຕອນເຊົ້າໆ.
3 ວັນ – ຍ່າງປ່າ, ຕັ້ງແຄ້ມ ແລະ ພັກຜ່ອນແບບໂຮມ

ຍ່າງປ່າເຂົ້າໄປສູ້ເຂດນໍ້າແຈ, ເຊິ່ງເປັນທີ່ຮູ້ຈັກວ່າເປັນບ່ອນຢູ່ອາໄສຂອງບັນດາລີງສາຍພັນຕ່າງໆເຊິ່ງມີທັງ ຄ່າງຫ້າສີ (Red-Shanked Douc) ແລະ ທະນີແກ້ມຂາວ (White-cheeked Gibbon). ພັກຜ່ອນໃນຄໍ່າຄືນທໍາອິດດ້ວຍການພັກໂຮມສະເຕແບບຊົນເຜົ່າໃນໝູ່ບ້ານທີ່ຫ່າງໄກສອກຫຼີກ (ສາມາດເລືອກທີ່ຈະຂີ່ລົດຖີບຂຶ້ນພູເພື່ອເດີນທາງໄປຫາໝູ່ບ້ານໄດ້). ຕັ້ງແຄ້ມໃນຄືນທີ່ສອງຢູ່ທີ່ໃຈກາງຂອງທໍາມະຊາດຜືນປ່ານາກາຍ ນໍ້າເທີນ.
ທຣິບເດີນທາງສໍາຫຼວດ ແລະ ທຣິບທ່ອງທ່ຽວ ແບບເລືອກເອງ

ທຣິບເດີນທາງສໍາຫຼວດໄປຍັງເຂດອື່ນຂອງ ນາກາຍ-ນໍ້າເທີນ ແມ່ນສາມາດຈັດຂຶ້ນໃຫ້ໄດ້ໂດຍການຂໍອະນຸຍາດແບບພິເສດ. ເຂດເຫຼົ່ານີ້ແມ່ນຈະລວມມີ ທົ່ງກະແຈງ, ເຊິ່ງເປັນທີ່ຮູ້ຈັກສໍາລັບການເບິ່ງກວາງທີ່ຫາຍາກ ແລະ ບັນດາລີງຫຼາກຫຼາຍສາຍພັນ (6-8 ວັນ ໃນການເດີນປ່າ), ເບິ່ງຊ້າງກິນເກືອທີ່ປຸ່ງທຽມ (1-3 ວັນ ເດີນທາງດ້ວຍເຮືອ)ແລະ ສາຍນໍ້າອອນ ສໍາລັບການເບິ່ງນົກ ແລະ ຕາດຄູນ (1-2 ວັນ).
1/2-ມື້ ການຕຶກປາ & ກິນເຂົ້າປ່າ ຢູ່ລານໄຮ-ອ່າງນໍ້າເທີນ

ການເດີນທາງໄປຕຶກປາໃນຍາມເຊົ້າ ຫຼື ຕອນກາງເວັນ ຕາມອ່າງນ້ຳເທີນ. ມີກິນເຂົ້າທ່ຽງຢູ່ປ່າ ຢູ່ໂງ່ນຫີນປາກແມ່ນ້ຳ ລານໄຮ. ຖ້າທ່ານໂຊກດີສາມາດເຫັນຊ້າງ & ລີງກັງລຽບຕາມແຄມອ່າງນ້້າເທີນ.
2/3-ມື້ ຍ່າງປ່າເບິ່່ງຂາແດງ & ແຄ້ມນ້ຳແຈ

ຍ່າງປ່າໄປຫານ້ຳແຈ, ຮູ້ວ່າມີ ຂາແດງ & ທະນີແກ້ມຂາວ ຖິ່ນໃຕ້. ນອນແຄ້ມແຮມຄືນຢູ່ໃນເຕັ່ນ ຫຼື ອູູ່ນອນ ແລະ ເຮືອນພັກແຮມຂອງປະຊາຊົນ ຢູ່ໃນບ້ານຊົນເຜົ່າແຫ່ງໜຶ່ງ.